(vovworld) - ວັນທີ 18/12, ຢູ່ຮ່າໂນ້ຍ, ໄດ້ຈັດພິທີໄຂກອງປະຊຸມໃຫຍ່ທົ່ວປະເທດສະມາຄົມນັກຮົບເກົ່າທົ່ວປະເທດຄັ້ງທີ 5, ອາຍຸການ 2012 – 2017, ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 500 ທ່ານ ທີ່ຕາງໜ້າໃຫ້ສະມາຊິກນັກຮົບເກົ່າໃນທົ່ວປະເທດກວ່າ 2,6 ລ້ານຄົນ. ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານປະທານສະພາຫ່ງຊາດ ຫງວຽນຊິງຮຸ່ງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ, ບັນດາອະດີດເປັນການນຳພັກ, ລັດ, ລັດຖະບານ, ແນວໂຮມປະເທດຊາດ, ບັນດາຄະນະຜູແທນລາວ ແລະ ກຳປູເຈຍ ໄດ້ເຂົ້າຮ່ວມພິທີ. ກອງປະຊຸມໃຫຍ່ມີຫົວຂໍ້ວ່າ “ເສີມຂະຫຍາຍຄຸນນະທາດ, ມູນເຊື້ອທະຫານລຸງໂຮ່, ຈົງຮັກພັກດີ, ສາມັກຄີ, ເປັນແບບຢ່າງ, ປ່ຽນໃໝ່, ສ້າງສະມາຄົມໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ປະຕິບັດສຳເລັດໜ້າທີ່ໃນໄລຍະໃໝ່ເປັນຢ່າງດີ”. ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ.
“ສະມາຄົມຕ້ອງເພີ່ມທະວີວຽກງານສຶກສາດ້ານການເມືອງ, ແນວຄິດ, ເພື່ອເຮັດໃຫ້ສະມາຊິກສະມາຄົມ ກຳໄດ້ແນວທາງແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ, ມີຄຸນນະທາດດ້ານການເມືອງທີ່ໝັ້ນຄົງເຂັ້ມແຂງ, ຢື້ດໝັ້ນຄາດໝາຍອຸດົມຄະຕິ, ຢືດໝັ້ນກັບລັດທິມາກເລນີນ, ແນວຄິດໂຮ່ຈິມິນ; ຍູ້ແຮງຂະບວນການແຂ່ງຂັນ ອະດີດນັກຮົບເປັນແບບຢ່າງ ຕິດພັນກັບການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ ແລະ ບັນດາຂະບວນການເສີມຂະຫຍາຍຄຸນສົມບັດອັນດີງາມຂອງທະຫານລຸງໂຮ່; ກຳໄດ້ສະພາບການດ້ານແນວຄິດ, ໂຄສະນາແຜີຍແຜ່ຂໍ້ມູນສຶກສາແນວຄິດໃຫ້ສະມາຊິກສະມາຄົມ ແລະ ປະຊາຊົນຕໍ່ນ້າການຜັນແຜ່ຢ່າງສັບສົນຂອງສະພາບການເສດຖະກິດ, ການເມືອງ, ສັງຄົມທັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງທັນການ, ສ້າງຄວາມເຫັນດີເຫັນພ້ອມດ້ານແນວຄິດ, ເດັດດຽວຕໍ່ສູ້ເຮັດໃຫ້ກົນອຸບາຍ ແລະ ການກະທຳທີ່ຕ້ານທຳລາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກຖືກປະລາໄຊ, ປະຕິເສດບັນດາທັດສະນະທິ່ຜິດພາດ, ຕັ້ງໜ້າຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ການຟູ້ມເຟືອຍ, ບັນດາປະກົດການທີ່ຫຍໍທໍ້ ແລະ ໄພສັງຄົມອື່ນໆອີກ”.