ກອງປະຊຸມ ຈີ20: ຄວາມວິຕົກກັງວົນກ່ຽວກັບບັ້ນຮົບດ້ານການຄ້າທີ່ປະກົດຂຶ້ນໃນທົ່ວໂລກ

(VOVWORLD) - ບັນດາຄວາມວິຕົກກັງວົນກ່ຽວກັບບັ້ນຮົບດ້ານການຄ້າທົ່ວໂລກ ໄດ້ກາຍເປັນຫົວເລື່ອງຕົ້ນຕໍໃນໂຄງການດຳເນີນງານທີ່ກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານສູນກາງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນ (G20) ດຳເນີນໄດ້ແຕ່ວັນທີ 20 – 21 ມີນາ ຢູ່ນະຄອນ Buenos Aires ປະເທດ ອາກຊັງຕິນ.
ກອງປະຊຸມ ຈີ20: ຄວາມວິຕົກກັງວົນກ່ຽວກັບບັ້ນຮົບດ້ານການຄ້າທີ່ປະກົດຂຶ້ນໃນທົ່ວໂລກ - ảnh 1 ທ່ານລັດຖະມົນຕີກະຊວງການເງິນ ເຢຍລະມັນ Olaf Scholz (ພາບ: TTXVN)

ນີ້ແມ່ນຂໍ້ສັງເກດຂອງທ່ານລັດຖະມົນຕີກະຊວງການເງິນ ເຢຍລະມັນ Olaf Scholz ໃນການຕອບສຳພາດຕໍ່ວົງການນັກຂ່າວໃນວັນທີ 21 ມີນາ. ທ່ານລັດຖະມົນຕີ Scholz ໃຫ້ຮູ້ວ່າ: ສ່ວນຫລາຍບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ລ້ວນແຕ່ເອົາໃຈໃສ່ເປັນພິເສດເຖິງບັນດາການຜັນແປໃໝ່ ພາຍຫລັງ ທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ເຊັນລັດຖະດຳລັດຈັດວາງພາສີສຳລັບບັນດາຜະລິດຕະພັນເຫຼັກກ້າ ແລະ ອາລູມີນຽມນຳເຂົ້າ, ພ້ອມທັງ ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ສືບຕໍ່ຍົກອອກບັນດາຄຳກ່າວເຕືອນຕ້ານທ່າອາລັກຂາ. ທ່ານລັດຖະມົນຕີກະຊວງການເງິນ ເຢຍລະມັນ ກໍ່ຢັ້ງຢືນວ່າ ນີ້ແມ່ນຜົນສຳເລັດຂອງກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານສູນກາງກຸ່ມG 20 ຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ