ກອງ​ປະຊຸມ ASEM SOM ຢູ່​ລາວ

ກອງ​ປະຊຸມ ASEM SOM ຢູ່​ລາວ - ảnh 1

ກອງ​ປະຊຸມ ASEM SOM ຢູ່​ລາວ

(ພາບ:vnvietnamplus.vn)

(vovworld)- ​ແຕ່​ວັນ​ທີ 11-14/9, ຢູ່​ນະຄອນຫຼວງວຽງ​ຈັນ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​​ເຈົ້າໜ້າ​ທີ່​ຂັ້ນສູງຂອງ​ບັນດາ​ປະ​ເທດ ASEM ( ASEM SOM ) ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ​ບັນດາປະ​ເທດ ASEM ​ແລະ ອົງການ​ຈັດຕັ້ງສາກົນ​ກ່ວາ 120 ທ່ານ. ກອງ​ປະຊຸມ​ໄດ້​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ວຽກ​ງານ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ຂັ້ນສູງ ASEM 9 ​ໂດຍ​ລາວ ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ໃນ​ເດືອນ 11 ທີ່​ຈະ​ມາ​ເຖິງ ດ້ວຍ​ບັນດາ​ເນື້ອ​ໃນ​ສຳຄັນ​ຄື: ຮ່າງ​ຖະ​ແຫຼ​ງການ​ວຽງ​ຈັນ ກ່ຽວ​ກັບ​ການ​ຮັດ​ແໜ້ນ​ການ​ພົວພັນ​ຄູ່​ຮ່ວມ​ມື​ເພື່ອ​ສັນຕິພາບ ​ແລະ ການ​ພັດທະນາ; ຖະ​ແຫຼ​ງການ​ຂອງ​ປະທານ​ກອງ​ປະຊຸມ​ຂັ້ນສູງ ASEM 9; ​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ ​ແລະ ທິດ​ທາງ​ການ​ຮ່ວມ​ມື​ຂອງ ASEM ​ໃນ​ອະນາຄົດ. ທີ່​ການ​ປະຊຸມ, ຝ່າຍ​ລາວ ກໍ່​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ລະດັບ​ຄວາມ​ໄວ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຮັບ​ໃຊ້​ກອງ​ປະຊຸມ ​ແລະ ​ເຊີນ​ບັນດາ​ຜູ້​ແທນ​ໄປ​ຢ້ຽມຊົມ​ກິດຈະກຳ​ສຳຄັນ​ຮັບ​ໃຊ້​ກອງ​ປະຊຸມ​ຈຳນວນ 1. ມາ​ຮອດ​ປະຈຸ​ບັນ, ມີ 35 ປະ​ເທດ ​ແລະ ອົງການ​ຈັດຕັ້ງສາກົນ​ໄດ້​ຮັບ​ຄຳ​ເຊີນ​ເຂົ້າຮ່ວມ​ກອງ​ປະຊຸມ​ຂັ້ນສູງ ASEM 9, ​ໃນ​ນັ້ນມີ​ປະມຸກ​ລັດ​ 10 ທ່ານ, ນາຍົກລັດຖະມົນຕີ 19 ທ່ານ ​ແລະ ບັນດາ​ທ່ານ​ປະທານ​ສະພາ​ເອີລົບ ​ແລະ ຄະນະ​ກຳມະການ​ເອີ​ລົບ. ຄະນະ​ຈັດຕັ້ງຢືນຢັນ​ວ່າ ກອງ​ປະຊຸມ​ຂັ້ນສູງ ASEM 9 ​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ໃຫ້​ບັນດາ​ການ​ນຳ​ອາຊີ ​ແລະ ​ເອີ​ລົບ ປຶກສາ​ຫາລື​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ຊື່​ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ຊຸກຍູ້ ASEM ນັບ​ມື້​ນັບ​ມີ​ການພັດທະນາ ພ້ອມ​ທັງ​ນີ້​ກໍ່​ແມ່ນ​ຄວາມ​ເປັນ​ກຽດ​ຂອງ​ລາວ ​ຂະນະ​ທີ່​​​ໄດ້ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສາກົນ​ໃຫ່ຍເປັນຄັ້ງທຳ​ອິດ.

 

 

ຂ່າວ/ບົດ​ອື່ນ