ກອງປະຊຸມ FAO 31 ພາກພື້ນອາຊີ - ປາເຊຟິກ: ເພີ່ມທະວີການຄ້ຳປະກັນ ດ້ານສະບຽງອາຫານ

ກອງປະຊຸມ FAO 31 ພາກພື້ນອາຊີ - ປາເຊຟິກ: ເພີ່ມທະວີການຄ້ຳປະກັນ ດ້ານສະບຽງອາຫານ - ảnh 1
ຄະນະປະທານກອງປະຊຸມອາຊີ -
ປາເຊຟິກ FAO 31
(ພາບ: petrotimes.vn)

(vovworld) – ​ໂດຍ​ສືບ​ຕໍ​ບັນດາ​ການ​ເຄື່ອນ​ໄຫວ​​ໃນ​ຂອບ​ເຂດ​ກອງ​ປະຊຸ​ມຄັ້ງ​ທີ 31 ຂອງ​ອົງການ​ອາຫານ ​ແລະ ການ​ກະ​ເສດ​ສະຫະ​ປະຊາ​ຊາດ (ຫຼື FAO) ພາກ​ພື້ນ ອາຊີ - ປາ​ເຊ​ຟິກ, ວັນ​ທີ 16/3, ກອງ​ປະຊຸມ​ໄດ້​ປຶ​ກສາ​ຫາລື​ບັນດາ​ຍຸດ​ທະ​ສາດ ​ແລະ ຮັບຮອງ​ເອົາບັນດາ​ມາດ​ຕະການ​ເພື່​ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຄ້ຳປະກັນ​ດ້ານສະບຽງ​ອາຫານ ​ແລະ ລົບ​ລ້າງ​ຄວາມອຶດຫິວທຸກ​ຍາກໃນ​ພາກ​ພື້ນ. ກ່ອນ​ໜ້າ​ນັ້ນ, ທີ່​ການ​ປະຊຸ​ມຂ່າວ​ເມືອຕອນ​ບ່າຍ​ວັນ​ທີ 15/3, ທ່ານ​ລັດຖະມົນຕີກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ກາວ​ດຶກ​ຟາດ ຢືນຢັນ​ທັດສະນະ​ຂອງ​ລັດຖະບານ​ຫວຽດນາມ ​ແມ່ນ​ພ້ອມ​ແລ້ວ​ທີ່​ຈະແບ່ງປັນບົດຮຽນ ​ແລະ ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ການພັ​ດທະ​ນາ​ກະສິກຳ, ຊົນ​ນະ​ບົດ. ດ້ວຍ​ທ່າ​ໄດ້​ປຽບ​ແມ່ນ​ໜຶ່ງ ​ໃນ​ບັນດາ​ປະ​ເທ​ດສົ່ງ​ອອກ​ເຂົ້າສານ​ອັນ​ດັບ​ໜຶ່ງ​ຢູ່​ພາກ​ພື້ນ​ອາຊີ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ​ຈະ​ບໍ່​ຈຳກັດ​ໂຄ​ຕ້າການ​ສົ່ງ​ອອກ​ເຂົ້າສານ:

“​ເສດຖະກິດ​ຫວຽດນາມ​ພວມ​ນຳ​ໃຊ້​ລະບອບກົນ​ໄກ​ການຕະຫຼາດ. ບັນດາ​ຄາດໝາຍ​ກ່ຽວ​ກັບ​ການ​ສົ່ງ​ອອກ​ເຂົ້າສານ​ປະຈຳ​ປີ​ຂອງຫວຽດນາມ​ພຽງ​ແຕ່​ມີ​ລັກສະນະ​ກຳນົດ​ທິດ​ເພື່ອກະກຽມ​ທຸກດ້ານ​ທີ່​ກ່ຽວຂ້ອງ, ສິ່ງ​ດັ່ງກ່າວ​ບໍ່ໝາຍຄວາມວ່າ: ຫວຽດນາມ​ວາງ​​ໂຄ​ຕ້າ ພຽງ​ແຕ່​​ເພື່ອສົ່ງ​ອອກ​ຢູ່​​ໃນລະດັບ​ນັ້ນ. ຫາກເລື່ອງ​ສົ່ງ​ຂາຍຫຼາຍ ຫຼື ໜ້ອຍ​ຢູ່​ຫວຽດນາມ ​ຫຼື ຈາກ​ຫວຽດນາມສົ່ງ​ອອກ​ຕ່າງປະ​ເທດ​ແມ່ນ​ຂຶ້ນ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ”

ຜູ້ຕາງໜ້າ FAO ກໍ່​ເນັ້ນ​ໜັກ​ວ່າ: ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ປະ​ເທດ​ຈຳກັດ​ບັນດາ​ຜົນ​ກະທົບຢ່າງ​ຫຍໍ້​ທໍ້​ຂອງ​ການ​ປ່ຽນ​​ແປງ​ຈາກດິນ​ຟ້າ​ອາກາດ ທີ່​ມີຕໍ​ການ​ເຄື່ອນ​ໄຫວ​ຜະລິ​ດທັນ​ຍາ​ຫານ, FAO ພວມ​ຊຸກຍູ້​ກາ​ນສຳ​ພັດ​ໃໝ່​ໃນ​ການ​ຜະລິດກະ​ສິກຳ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີທີ່ມີ​ຜົນ​ປະ​ໂຫຍ​ດ​ເພື່ອຊ່ວຍ​ເພີ່ມ​ທະວີ​ການ​ຜະລິດ​ທັນ​ຍາ​ຫານ​ຕາມ​ທິດ​ຍືນຍົງ​ກ່ວາ.

ຂ່າວ/ບົດ​ອື່ນ