(vovworld) - ມີຜູ້ແທນທີ່ມາຈາກບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ກວ່າ 300 ທ່ານ ຈະເຂົ້າຮ່ວມກອງປະຊຸມຄັ້ງທີ 47 ສະພາລັດຖະມົນຕີການສຶກສາບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (SEAMEC 47) ໃນລະຫວ່າງວັນທີ 19 – 21/03 ຈະມາເຖິງຢູ່ຮ່າໂນ້ຍ. ທີ່ການປະຊຸມຂ່າວເມື່ອຕອນບ່າຍວັນທີ 15/03, ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບຳງລຸງສ້າງຫວຽດນາມ ຟ້າມແມ້ງຮຸ່ງ ເນັ້ນໜັກວ່າ.
“ກອງປະຊຸມ SEAMEC ຖືກຈັດຂຶ້ນເພື່ອປະກອບສ່ວນຍູ້ແຮງການຮ່ວມມື ພາກພື້ນໃນການສຶກສາ ເຊິ່ງແມ່ນຄົງເຂດທີ່ໄດ້ຮັບການໃຫ້ບຸລິມະສິດອັນດັບໜຶ່ງຢູ່ຫຼາຍປະເທດໃນໂລກ, ໃນນັ້ນມີພາກພື້ນອາຊີຕາເວັນອອກສ່ຽງໃຕ້. ບັນດາມະຕິຂອງສະພາ SEAMEO ເຊິ່ງໄດ້ປຶກສາຫາລື ແລະ ຮັບຮອງເອົາຢູ່ກອງປະຊຸມແຕ່ລະຄັ້ງຈະສ່ວຍໃຫ້ SEAMEO ແລະ ບັນດາປະເທດສາມາຊິກແກ້ໄຂບັນດາບັນຫາທີມີລັກສະນະພາກພື້ນ ແລະ ຂອງແຕ່ລະປະເທດສາມາຊິກ ໃນເລື່ອງປ່ຽນໃໝ່ ແລະ ພັດທະນາການສຶກສາບຳລຸງສ້າງ, ຕອບສະໜອງໄດ້ຄວາມຕ້ອງການທີ່ນັບມື້ນັບສູງກ່ຽວກັບແຫຼ່ງຊັບພະຍາກອນມະນຸດຂອງຕະຫຼາດແຮງງານ”.