ກອງປະຊຸມASEMກ່ຽວກັບການປ້ອງກັນ,ຕ້ານແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ກອງປະຊຸມASEMກ່ຽວກັບການປ້ອງກັນ,ຕ້ານແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ່​ງມີ​ງກ່າວຄຳເຫັນ
ທີ່ກອງປະຊຸມ
ພາບ:hanoimoi.com


(vovworld)- ກອງ​ປະຊຸມ​ຂັ້ນ​ສູງ ASEM ກ່ຽວ​ກັບ​ການ​ປ້ອງ​ກັນ,​ຕ້ານ ​ແລະ ກູ້​ຊ່ວຍ​ໄພ​ທຳ​ມະ​ຊາດ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/11 ຢູ່ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ ມີ​ຜູ້​ແທນ​ 120 ທ່ານ ຊື່​ງ​ແມ່ນ​ເອກ​ອັກຄະ​ລັດຖະທູດ, ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ຂອງ​ບັນດາ​ສະມາຊິກ​ເວທີ​ປາ​ໄສ​ຮ່ວມ​ມື ອາຊີ - ​ເອີ​ລົບ, ຜູ້ຕາງຫນ້າ ສປຊ, ບັນດາ​ອົງການ​ສາກົນ ​ແລະ ນັກ​ອຸປະຖຳ​ຢູ່ ຫວຽດນາມ. ​ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ ຟ້າ​ມບີ່​ງມີ​ງ, ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ຊີ້​ແຈ້ງວ່າ: ​ໄພ​ພິບັດ​ທຳ​ມະ​ຊາດ​ພວມ​ກີດຂວາງ​ຄວາມ​ມານະ​ພະຍາຍາມຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ການ​ຟື້ນ​ຕົວ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ​ແບບ​ຍືນ​ຍົງ​ຂອງ​ແຕ່ລະ​ປະ​ເທດ​ກໍ​ຄື​ຮ່ວມ​ສຳພັນ​ເສດຖະກິດ​ສາກົນ. ຊື່​ງ​ແມ່ນ​ປະ​ເທດ​ກະສິກຳ ​ເຄີ​ຍຖືກ​ຜົນ​ສະທ້ອນ​ຈາກ​ກາ​ນປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ໄພ​ທຳ​ມະ​ຊາດ, ຍາມ​ໃດ​ລັດຖະບານ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ ​ແລະ ໝັ້ນ​ໝາຍ​ຮ່ວມ​ມື​ກັບ​ສາກົນ​ໃນ​ການ​ປ້ອງ​ກັນ,​ຕ້ານ ​ແລະ ຫລຸດຜ່ອນ​ໄພ​ທຳ​ມະ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ່​ງມີ​ງ ສະ​ເຫ​ນີວ່າ: ກອງ​ປະຊຸມ​ສຸມ​ໃສ່​ແບ່ງ​ປັນ​ບົດຮຽນຈາກ​ພຶດຕິ​ກຳ​ຕົວ​ຈິງກ່ຽວ​ກັບ​ການ​ຫລຸ​ດຜ່ອນ​ໄພ​ທຳ​ມະ​ຊາດ.

“ບົດຮຽນ​ຈາກ​ພຶດຕິ​ກຳ​ຕົວ​ຈິງ​ໃຫ້​​ເຫັນ​ວ່າ ​ເຖິງ​ວ່າ ພວກ​ເຮົາບໍ່​ທັນ​ມີ​ກຳລັງ​ແຮງ​ຢ່າງ​ພຽງພໍ​ເພື່ອ​ຕ້ານ​ການ​ຜັນ​ແປ່​ທີ່​ຜິດ​ປົກກະຕິ​ຂອງ​ທຳ​ມະ​ຊາດ, ​ແຕ່​ພວກ​ເຮົາ​ສົມທົບ​ນະ​ໂຍບາຍ​ຮ່ວມ​ມື ​ແລະ ຫນູນ​ຊວ່ຍ​ເຊິ່ງກັນ ​ແລະ​ກັນ​ຢ່າງ​ທັນ​ການ, ພວກ​ເຮົາ​ສາມາດ​ຫລຸດຜ່ອນ​ບັນດາ​ຄວາມ​ເສຍ​ຫາຍ​ກ່ຽວ​ກັບ​ຊີວິດ​ອີນຊີ ​ແລະ ຊັບ​ສິນສ່ວນ​ຫນຶ່ງ​ໄດ້.”

ຂ່າວ/ບົດ​ອື່ນ