(vovworld) – ກອງປະຊຸມສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ກັບຫວຽດນາມ: ຈາກການໃຫ້ສັດຕະຍາບັນຕະຫຼອດຮອດການປະຕິບັດ ໂດຍກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ແລະ ອົງການພັດທະນາອາເມລິກາ (USAID) ສົມທົບກັນຈັດຕັ້ງໃນວັນທີ 04/03 ຢູ່ແຂວງ ວິ້ງຟຸ໋ກ. ກອງປະຊຸມເພື່ອແນໃສ່ສະໜອງຂໍ້ມູນຂ່າວຮອບດ້ານກ່ຽວກັບເນື້ອໃນພື້ນຖານຂອງສັນຍາ TPP; ຄຳໝັ້ນສັນຍາຂອງຫວຽດນາມ ໃນ TPP; ກາລະໂອກາດ ແລະ ສິ່ງທ້າທາຍຂອງຫວຽດນາມ ເມື່ອເຂົ້າເປັນສະມາຊິກສັນຍາ TPP. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ກອງປະຊຸມໄດ້ດຳເນີນກົງກັບໂອກາດສັນຍາ TPP ຫາກໍໄດ້ຮັບການລົງນາມຢ່າງເປັນທາງການພາຍຫລັງໃນຫຼາຍປີທີ່ດຳເນີນການເຈລະຈາ. ນີ້ແມ່ນການຢັ້ງຢືນຄວາມມານະພະຍາຍາມຂອງບັນດາ່ຝ່າຍເຂົ້າຮ່ວມການເຈລະຈາ, ລົງນາມ. ສຳລັບຫວຽດນາມ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຜັນຂະຫຍາຍນະໂຍບາຍການຕ່າງປະເທດຢ່າງແຮງ ດ້ວຍຈິດໃຈຕັ້ງໜ້າ, ເປັນເຈົ້າການ. ພິເສດ, ສັນຍາ TPP ເຊິ່ງຫວຽດນາມ ເຂົ້າຮ່ວມຈະນຳມາເຊິ່ງບັນດາສິ່ງສະດວກໃຫ້ພື້ນຖານເສດຖະກິດຫວຽດນາມ ໃນການເປີດກວ້າງຕະຫຼາດ, ເພີ່ມທະວີການແລກປ່ຽນດ້ານການຄ້າລະຫວ່າງຫວຽດນາມ ກັບ ອາເມລິກາ ແລະ ບັນດາຄູ່ຮ່ວມມືແຖວໜ້າໃນພາກພື້ນ ແລະ ຢູ່ໃນໂລກ; ສືບຕໍ່ປະກອບສ່ວນຊຸກຍູ້ການດຶງດູດການລົງທຶນຕ່າງປະເທດເຂົ້າຫວຽດນາມ.
ໃນລະຫວ່າງວັນທີ 04 – 05/03, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບກາລະໂອກາດ, ສິ່ງທ້າທາຍສຳລັບຫວຽດນາມ ເມື່ອເຂົ້າຮ່ວມສັນຍາ TPP; ເລື່ອງສະພາແຫ່ງຊາດໃຫ້ສັດຕະຍາບັນສັນຍາ TPP ແລະ ບັນດາບັນຫາທີ່ໄດ້ວາງອອກ ເພື່ອແນໃສ່ຍົກສູງກຳລັງແກ່ງແຍ່ງ, ປັບປຸງລະບອບ ແລະ ກຳລັງຄວາມສາມາດປະຕິບັດກົດໝາຍເພື່ອປະຕິບັດບັນດາຄຳໝັ້ນສັນຍາໃນ TPP…