ກອນຕຸມຄວນເອົາໃຈໃສ່ພິເສດເຖິງວຽກງານລົບລ້ງຄວາມທຸກຍາກຢ່າງໄວແລະໝັ້ນຄົງ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກອນຕຸມ
(ພາບ: VGP)
(vovworld) – ຕອນບ່າຍວັນທີ 30/10, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກອນຕຸມ ກ່ຽວກັບສະພາບການປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມຂອງທ້ອງຖີ່ນ. ສະຫລຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເໜີໃຫ້ການນຳແຂວງ ກອນຕຸມ ສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຂຸດຄົ້ນບັນດາຄວາມສາມາດບ່ົມຊ້ອນ, ທ່າແຮງຢ່າງສູງສຸດ, ສຸ້ຊົນບັນລຸໝາກຜົນບັນດາຈຸດໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມທີ່ໄດ້ວາງອອກດ້ວຍຜົນງານສູງສຸດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເໜີໃຫ້ແຂວງ ກອນຕຸມ ຄວນເອົາໃຈໃສ່ເປັນພິເສດເຖິງວຽກງານລົບລ້າງຄວາມທຸກຍາກຢ່າງໄວແລະໝັ້ນຄົງ, ເດັດດຽວປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມຢ່າງຄົບຊຸດ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ, ພິເສດແມ່ນປະຊາຊົນເຂດຫ່າງໄກຊອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກພິເສດຂອງແຂວງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໃສ່ໃຈການນຳແຂວງ ກອນຕຸມ ຈົ່ງສຸມໃສ່ຊີ້ນຳການກວດກາ, ປັບປຸງ, ເພີ່ມເຕີມແຜນການພັດທະນາອຸດສາຫະກຳ ແລະ ກະສິກຳ - ປ່າໄມ້. ຈາກນັ້ນ, ສຸມແຫຼ່ງກຳລັງລົງທຶນຊຸກຍູ້ການພັດທະນາ, ພິເສດແມ່ນຕົ້ນໄມ້ອຸດສາຫະກຳຕິດພັນກັບການພັດທະນາອຸດສາຫະກຳປຸງແຕ່ງບັນດາຜະລິດຕະພັນຕົ້ນຕໍ່ຂອງທ້ອງຖິ່ນ.