ວັນກົດໝາຍປະເທດ ສສຫວຽດນາມ
ພາບ:internet
|
(vovworld)- ວັນທີ 1/11 ຢູ່ ຮ່າໂນ້ຍ, ກະຊວງຍຸຕິທຳ ໄດ້ຈັດຕັ້ງການປະຊຸມຂ່າວປະກາດກ່ຽວກັບແຜນການຈັດຕັ້ງ “ວັນກົດໝາຍປະເທດ ສສຫວຽດນາມ”. ຕາມທ່ານ ເຈີນຕຽນຢູງ, ໂຄສົກຂອງກະຊວງຍຸຕິທຳ ແລ້ວ, ຫົວຂໍ້ຂອງວັນກົດໝາຍປີ 2013 ແມ່ນ“ທົ່ວປວງຊົນສ້າງ, ປະຕິບັດ ແລະ ຮັກສາລັດຖະທຳມະນູນ ເພື່ອຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ” ເພ່ືອສະແດງໃຫ້ເຫັນເນື້ອໃນຈິດໃຈ“ອຳນາດແຫ່ງລັດທັງໝົດແມ່ນຂຶ້ນກັບປະຊາຊົນ” ຊື່ງລະບຸໄວ້ໃນລັດຖະທຳມະນູນ. ເວລາຈັດຕັ້ງວັນກົດໝາຍ ໄດ້ຮັບການປະຕິບັດແຕ່ວັນທີ 4-10/11/2013. ພິທີປະກາດ “ວັນກົດໝາຍປະເທດ ສສ ຫວຽດນາມ” ຈະໄດ້ຮັບການຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 9/11 ຢູ່ສູນປະຊຸມແຫ່ງຊາດ.