( ພາບປະກອບ )
(vovworld) - ວັນທີ 19/8, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ Huynh Ngoc Son ພ້ອມກັນບັນດາທ່ານ Tran Van Hang, ຫົວໜ້າກຳມາທິການ ການຕ່າງປະເທດສະພາແຫ່ງຊາດ ແລະ ທ່ານ Nguyen Hanh Phuc ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດໄດ້ມີການເຮັດວຽກກັບການນຳນະຄອນໂຮ່ຈິມິນ, ການນຳທະຫານເຂດ 7 ແລະ ໄປກວດກາວຽກງານກະກຽມຈັດຕັ້ງກອງປະຊຸມສະພາແຫ່ງຊາດຫວຽດນາມ - ກຳປູເຈຍ ເຊິ່ງຈະຈັດຂຶ້ນຢູ່ນະຄອນໃນໄລຍະທີ່ຈະມາເຖິງ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ Huynh Ngoc Son ໄດ້ເນັ້ນໜັກວ່າ; ເປົ້າໝາຍຂອງກອງປະຊຸມເພື່ອແນໃສ່ແລກປ່ຽນວຽກງານລະຫວ່າງສະພາແຫ່ງຊາດຫວຽດນາມ - ກຳປູເຈຍ, ພົບປະແລກປ່ຽນລະຫວ່າງກຸ່ມສະມາຊິກລັດຖະສະພາ, ໄວໜູ່ມ ແລະ ບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມ, ແຮກສ່ຽວລະຫວ່າງສອງປະເທດ; ໂຄສະນາກ່ຽວກັບສາຍພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດ.