ກະກຽມຫຼາຍເນື້ອໃນສຳຄັນຂອງກອງປະຊຸມສະໄໝສາມັນເທື່ອທີ9,ສະພາແຫ່ງຊາດຊຸດທີ13
ພາບປະກອບ
|
(vovworld) – ກອງປະຊຸມຄັ້ງທີ 38 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 12 ຄາດວ່າຈະດຳເນີນໄປໃນລະຫວ່າງວັນທີ 11 – 15/5, ຢູ່ຮ່າໂນ້ຍ, ດ້ວຍຫຼາຍເນື້ອໃນສຳຄັນກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 13. ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ບົດລາຍງານເພີ່ມເຕີມຂອງລັດຖະບານກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2014, ສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2015, ວິທີຈັດແບ່ງສ່ວນເກີນລາຍຮັບງົບປະມານສູນກາງປີ 2014, ສະຫລຸບບັນຊີງົບປະມານແຫ່ງລັດປີ 2013. ທີ່ກອງປະຊຸມຄັ້ງ, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ໃບສະເໜີ, ແຜນຮ່າງຂອງອົງການໄອຍະການປະຊາຊົນສູງສຸດ, ປະກອບຄຳເຫັນໃສ່ໃບສະເໜີ, ແຜນຮ່າງຂອງສານປະຊາຊົນສູງສຸດ. ນອກຈາກນັ້ນ, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ 13, ບົດລາຍງານປະຕິບັດການປະຢັດ, ຕ້ານການຟຸມເຟືອຍປີ 2014…