ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອທີ 10, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14 ​ໃຫ້ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ

(VOVWORLD) -        ຕອນເຊົ້າວັນທີ 15 ຕຸລາ, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ວາລະປະຊຸມຄັ້ງທີ 49 ຂອງ ສະພາແຫ່ງຊາດຫວຽດນາມ ໄດ້ປິດລົງ.
ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອທີ 10, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14 ​ໃຫ້ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ - ảnh 1     ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn) 

ທີ່ພິທີປິດ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມຊຸດທີ 14.

        ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ, ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ແມ່ນມີຄວາມສຳຄັນທີ່ສຸດ. ທ່ານນາງ ສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດ ແລະ ບັນດາອົງການທີ່ກ່ຽວຂ້ອງ ກະກຽມດ້ານເນື້ອໃນ ແລະ ພື້ນຖານໂຄງລ່າງໃຫ້ເປັນຢ່າງດີ ເພື່ອຮັບໃຊ້ໃຫ້ແກ່ກອງປະຊຸມສະໄໝສາມັນທີ 10 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

        ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະໃຫ້ສັດຕະຍາບັນຕໍ່ການພົ້ນຕຳແໜ່ງ, ແຕ່ງຕັ້ງຕຳແໜ່ງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ພົ້ນຕຳແໜ່ງຜູ້ວ່າທະນາຄານແຫ່ງລັດ ຫວຽດນາມ ແລະ ແຕ່ງຕັ້ງຕຳແໜ່ງລັດຖະມົນຕີກະຊວງສາທາລະນະສຸກ.


ຕອບກັບ

ຂ່າວ/ບົດ​ອື່ນ