ກະຊວງການຕ່າງປະເທດອັງກິດຕຳນິຕິຕຽນຈີນກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ

ກະຊວງການຕ່າງປະເທດອັງກິດຕຳນິຕິຕຽນຈີນກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ - ảnh 1
(ພາບ​ປະ​ກອບ: CSIS)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ສູນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ ແລະ ສາ​ກົນ ວ​ໍ​ຊິງ​ຕັນ ໃນ​ວັນ​ທີ 18/04 ຜ່​ານ​ມາ, ທ່ານ Hugo Swire, ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ອາ​ຊີຕາ​ເວັນ​ອອກ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ, ໄດ້​ຕຳ​ນິ​ຕິ​ຕຽນ​ ​ບັນ​ດາ​ການ​ກະ​ທຳທີ່​ຜິດ​ພາດ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ໃນ​ໄລ​ຍະ​ຜ່ານ​ມາຢ່າງ​ກົງ​ໄປ​ກົງ​ມາ. ທ່ານ Hugo Swire ຖື​ວ່າ, “ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແມ່ນຍ້ອນ​ການ​ກະ​ທ​ຳທີ່​ຂັນ​ແຂງ​​ຂອງ​ຈີນ ກໍ່ຂຶ້ນ”, ພ້ອມ​ທັງ​ຢືນຢ​ັນ​ວ່າ ຄຳ​ຕັດ​ສິນ​ຂອງສານ​​​​ກຳ​ມະ​ການສາ​ກົນ ຢູ່ La Hay, ປະ​ເທດ​ໂຮນ​ລັງ ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ມີ​​ລັກ​ສະ​ນະຜ​ູກ​ມັດ​ສຳ​ລັບຈີນ ແລະ ຟິ​ລິບ​ປີນ. ທັງ​ອັງ​ກິດ ແລະ ອາ​ເມ​ລິ​ກາ ລ້ວນ​ແຕ່​ຈະ​ສະ​ໜັບ​ສະ​ໜູນ, ຮຽກ​ຮ້ອງ​ໃຫ້​ຈີນ ຕ້ອງ​ເຄົາ​ລົບ​ຄຳ​ຕັດ​ສິນນີ້. ປະ​ຕິ​ກິ​ລິ​ຍາ​ຕໍ່​ຖະ​ແຫຼງ​ການນີ້, ວັນ​ທີ 20/04, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີ​ນ​ ຄ​ວາ​ຈ​ວນ​ຢິງ ຖື​ວ່າ, ອັງ​ກິດ ຕ້ອງ​ຮັກ​ສາ​ທັດ​ສະ​ນະ​​ກາງ​ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ພ້ອມ​ກັນ​ນັ້ນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີ​ນ ກໍ​ໃຫ້​ຮູ້​ວ່າ, ປະ​ເທດນີ້ບໍ່ຮັບຮອງ ແລະ ບໍ່​ເຂົ້າ​ຮ່ວມ​​ກໍ​ລະ​ນີ ຟີ​ລິບ​ປີນ ຟ້ອງ​ສານ​ຈີນ ຂຶ້ນ​ສານ​​ກຳ​ມະ​ການສາ​ກົນ​ຢູ່ La Hay, ປະ​ເທດ ໂຮນ​ລັງ ​ທີ່ກ່ຽວ​ຂ້ອງ​ເຖິງບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ