ກະຊວງການເງິນອາເມລິກາປະກາດມາດຕະການລົງໂທດຕໍ່ສປປ.ເກົາຫຼີຕື່ມອີກ

(VOVWORLD) -ວັນທີ 23 ກຸມພາ, ກະຊວງການເງິນອາເມລິກາ ໄດ້ປະກາດບ້ວງມາດຕະການລົງໂທດ ເຊິ່ງກະຊວງນີ້ໄດ້ເອີ້ນວ່າ “ໃຫຍ່ກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ” ແນໃສ່ສປປ.ເກົາຫຼີ.
ກະຊວງການເງິນອາເມລິກາປະກາດມາດຕະການລົງໂທດຕໍ່ສປປ.ເກົາຫຼີຕື່ມອີກ - ảnh 1 (ພາບປະກອບ: norwaynews.no)

ບ້ວງລົງໂທດໃໝ່ແນໃສ່ບຸກຄົນຜູ້ໜຶ່ງ, 27 ບໍລິສັດ ແລະ ກ່ຳປັນ 28 ລຳ ເພື່ອແນໃສ່ກີດຂວາງບັນດາການເຄື່ອນໄຫວຂົນສົ່ງທາງທະເລ ແລະ ດຳເນີນທຸລະກິດຂອງບັນດາບໍລິສັດດັ່ງກ່າວ, ຜ່ານນັ້ນເຮັດໃຫ້ສປປ.ເກົາຫຼີ ຕົກຢູ່ໂດດດ່ຽວກວ່າອີກ. ທ່ານລັດຖະມົນຕີກະຊວງການເງິນອາເມລິກາ Steven Mnuchin ຢືນຢັນວ່າ, ບັນດາບ້ວງລົງໂທດໃໝ່ຂອງກະຊວງການເງິນອາເມລິກາ ແນໃສ່ບັນດາເປົ້າໝາຍເຊິ່ງສປປ.ເກົາຫຼີ ນຳໃຊ້ເພື່ອ “ຫຼິກລ້ຽງ” ບັນດາຄຳສັ່ງລົງໂທດ.

        ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີອາເມລິກາ Donald Trump ເນັ້ນໜັກວ່າ, ນີ້ຈະແມ່ນບ້ວງມາດຕະການລົງໂທດໃຫຍ່ກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ ແນໃສ່ຕ້ານສປປ.ເກົາຫຼີ, ສຸມໃສ່ເຂົ້າໃນການຂວຳ້ບາດດ້ານພະລັງງານ, ສະກັດກັ້ນການສຳຜັດກັບແຫຼ່ງເງິນຕາຕ່າງປະເທດຂອງພຽງຢາງ.

        ແລະກໍ່ໃນວັນທີ 23 ກຸມພາ, ສປປ.ເກົາຫຼີ ໄດ້ຢືນຢັນຄືນໃໝ່ຄວາມຕັດສິນໃຈພັດທະນາກຳລັງຄວາມສາມາດລູກສອນໄຟ ແລະ ນິວເຄຼຍ ຄືດັ່ງບັນດາມາດຕະການເພື່ອແນໃສ່ໂຕ້ຕອບອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ