ກະຊວງການເງິນ ຜັນຂະຫຍາຍໜ້າທີ 6 ເດືອນຕົ້ນປີ

ກະຊວງການເງິນ ຜັນຂະຫຍາຍໜ້າທີ 6 ເດືອນຕົ້ນປີ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ)

(vovworld) –  ​ໃນ 6 ​ເດືອນ​ຕົ້ນ​ປີ 2014, ກະຊວງ​ການ​ເງິນ ​ໄດ້​ສ້າງ​ສຳ​ເລັດ​ແຜນ​ຮ່າງ 17 ສະບັບ ຂຶ້ນ​ກັບ​​ແຜນ​ປະຕິບັດ​ງານ, ປະກາດ​ໃຊ້​ເອກະສານ​ນິຕິ​ກຳ​ແນະນຳ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ, ລະບອບ​ການ​ເງິນງົບ​ປະ​ມານ​​ແຫ່ງ​ລັດ 30 ສະບັບ. ລາຍ​ຮັບ​ງົບປະມານ​ເພີ່ມ​ຂຶ້ນ​ເກືອບ 16% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013, ​ໃນ​ນັ້ນ​ລາຍ​ຈ່າຍ​ງົບ​ປະມານ ປະ​ມານກວ່າ 48% ຂອງ​ແຜນ​ງົບປະມານ. ນີ​ແມ່ນ​ຂໍ້​ມູນ​ທີ່​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ສະຫຼຸບ 6 ​ເດືອນ​ຕົ້ນ​ປີ 2014 ຂອງ​ກະຊວງ​ການ​ເງິນ, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 04/07, ຢູ່​ຮ່າ​ໂນ້ຍ.

        ​ແຕ່​ນີ້​ຮອດ​ທ້າ​ຍປີ 2014, ກະຊວງ​ການ​ເງິນ ຈະ​ສຸມ​ໃສ່​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັດ​ດາ​ມາດ​ຕະການ​ຕົ້ນ​ຕໍ່​ຄື: ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ປີ​ການ​ເງິນ​ງົບປະມານຢ່າງ​ແໜ້ນ​ແຟ້ນ, ປະຕິບັດການ​ປະຢັດ, ສຳ​ເລັດ​ໜ້າ​ທີ່ກ່ຽວ​ກັບ​ລາຍ​ຮັບ, ລາຍ​ຈາ​ຍ​ງົບປະມານ, ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ລາຄາ…

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ, ​ໃນ​ສະພາບ​ທີ່​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ​ຂອງ​ພື້ນຖານ​ເສດຖະກິດ​ໂລກ, ພິ​ເສດ​ແມ່ນ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ​ໄຮ​ຢາງ ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ​ໃນ​ໄລຍະ​ຈະ​ມາ​ເຖິງ ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ເຄື່ອນ​ໄຫວ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ພາຍ​ໃນ​ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ສະ​ເໜີ​ວ່າ ທົ່ວ​ຂະ​ແໜງ​ການ​ເງິນ ຕ້ອງ​ຊີ້​ນຳ​ຢ່າງ​ຄົບ​ຊຸດ​ນະ​ໂຍບາຍ​ປີ​ການ​ເງິນ​ງົບປະມານຢ່າງ​ແໜ້ນ​ແຟ້ນ, ປະກອບສ່ວນ​ພ້ອມ​ກັບ​ລັດຖະບານ​ປະຕິບັດ​ຄາດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ໃຫ້​ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ