ພົນໂທ ດັ້ງວັນຮ໋ຽວ, ແລະທ່ານຕ້KimSik Hyun, ຮອງຫົວໜ້າຫ້ອງການອົງການຮ່ວມມືສາກົນ ສເກົາຫຼີ
(ພາບອິນເຕີແນດ)
(vovworld) – ຕອນບ່າຍວັນທີ 17/2, ຢູ່ຮ່າໂນ້ຍ, ພົນໂທ ດັ້ງວັນຮ໋ຽວ, ຮອງລັດຖະມົນຕີ ຜູ້ປະຈຳການກະຊວງຕຳຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຫ້ອງການອົງການຮ່ວມມືສາກົນ ສເກົາຫຼີ (KOICA) ໂດຍທ່ານ KimSik Hyun, ຮອງຫົວໜ້າຫ້ອງການນຳໜ້າ. ພົນໂທ ດັ້ງວັນຮ໋ຽວ ສະແດງຄວາມປາຖະໜາວ່າ, ໃນໄລຍະຈະມາເຖິງ, ຫ້ອງການອົງການຮ່ວມມືສາກົນ ສເກົາຫຼີ ຈະຈັດຕັ້ງຊຸດເຝິກອົບຮົມ, ບຳລຸງສ້າງທີ່ກ່ຽວຂ້ອງເຖິງວຽກງານຂອງກະຊວງຕຳຫຼວດຫວຽດນາມ ຄື: ປ້ອງກັນ, ຕ້ານອາດສະຍາກຳສາກົນ, ອາດສະຍາກຳນຳໃຊ້ເຕັກໂນໂລຢີສູງ, ປ້ອງກັນ, ຕ້ານຢາເສບຕິດ, ເຕັກນິກອາຍາ, ຄຸ້ມຄອງການເຂົ້າອອກເມືອງ, ການບໍລິຫານທາງຄົມມະນາຄົມ, ບຳລຸງ ແລະ ຍົກລະດັບພາສາ ສເກົາຫຼີ ໃຫ້ພະນັກງານກະຊວງຕຳຫຼວດຫວຽດນາມ.
ສ່ວນທ່ານ KimSik Hyun ກໍ່ຢືນຢັນ ຈະມານະພະຍາຍາມພ້ອມກັບ ກະຊວງຕຳຫຼວດຫວຽດນາມ ຮ່ວມມືຢ່າງມີປະສິດທິຜົນ ໃນການຕ້ານອາດສະຍາກຳຂ້າມຊາດ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນລະຫວ່າງສອງປະເທດ.