ກະຊວງປ້ອງກັນປະເທດຫວຽດນາມ ຈັດງານຊຸມນຸມມິດຕິງ ຕອບສະໜອງວັນສິ່ງແວດລ້ອມໂລກ
ປູກຕົ້ນໄມ້ ປະກອບສ່ວນປັບປຸງສິ່ງແວດລ້ອມ
(ພາບ:qdnd.vn)
( vovworld ) – ວັນທີ 4/6, ຢູ່ໂຮງຮຽນນາຍທະຫານສື່ສານ ສັງກັດເຫຼົ່າຮົບຕິດຕໍ່ສື່ສານ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດງານຊຸມນຸມມິດຕິງ ຕອບສະໜອງວັນສິ່ງແວດລ້ອມໂລກ (5/6/2012). ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ Truong Quang Khanh ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເນັ້ນໜັກວ່າ: ເມື່ອສັງເກດຢ່າງເລິກເຊິ່ງກ່ຽວກັບຄວາມສຳຄັນຂອງສິ່ງແວດລ້ອມ ແລະ ວຽກງານປົກປັກຮັກສາສິ່ງແວດລ້ອມ, ພວກເຮົາຕ້ອງກຳນົດຄວາມຮັບຜິດຊອບ, ການກະທຳເພື່ອແນໃສ່ຫລຸດຜ່ອນ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທາງກະຊວງປ້ອງກັນປະເທດຫວຽດນາມ ໄດ້ຊີ້ນຳບັນດາກົມກອງໃນທົ່ວກອງທັບ ປະຕິບັດກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມຢ່າງເຂັ້ມງວດ, ຜັນຂະຫຍາຍປະຕິບັດບັນດາຂໍ້ກຳນົດ, ການແນະນຳຂອງລັດກ່ຽວກັບການປົກປັກຮັກສາສິ່ງແວດລ້ອມໃນກອງທັບ. ຕັ້ງໜ້າ, ເປັນເຈົ້າການໃນບັນດາການເຄື່ອນໄຫວປັບປຸງສິ່ງແວດລ້ອມຄື: ເກັບກູ້ລະເບີດ, ໝາກໝິ່ນບໍ່ທັນແຕກ, ກຳຈັດມົນລະພິດສິ່ງແວດລ້ອມ, ທຳລາຍບັນດາຮາກຖານກໍ່ມົນລະພິດສິ່ງແວດລ້ອມຢ່າງສີ້ນເຊີງ…. ພາຍຫຼັງງານຊຸມນຸມມິດຕິງ, ທ່ານພົນໂທ Truong Quang Khanh ພ້ອມກັບການນຳ, ຜູ້ບັນຊາການບັນດາກົມກອງ, ຄະນະກຳມະການປະຊາຊົນແຂວງ Khanh Hoa ປູກຕົ້ນໄມ້ ປະກອບສ່ວນປັບປຸງສິ່ງແວດລ້ອມຢູ່ໂຮງຮຽນນາຍທະຫານສື່ສານ.