ກະຊວງປ້ອງກັນປະເທດຫວຽດ ນາມ ຕ້ອນຮັບຄະນະພະນັກງານ ມະຫາວິທະຍາໄລປ້ອງກັນຊາດຈີນ

ກະຊວງປ້ອງກັນປະເທດຫວຽດ ນາມ ຕ້ອນຮັບຄະນະພະນັກງານ ມະຫາວິທະຍາໄລປ້ອງກັນຊາດຈີນ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟູ່ງກວາງ​ແທງ
ຕ້ອນຮັບ​ຮອງ​ອະທິການ​ບໍດີ​ມະຫາວິທະຍາ​ໄລ​ປ້ອງ​ກັນຊາ​ດຈີນ
(ພາບ: qdnd.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 28/11, ທີ່​ການ​ຕ້ອນຮັບ​ພົນ​ຈັດຕະວາ ຫວາງ​ຊີຊິນ, ຮອງ​ອະທິການ​ບໍດີ​ມະຫາວິທະຍາ​ໄລ​ປ້ອງ​ກັນຊາ​ດຈີນ, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟູ່ງກວາງ​ແທງ ​ໄດ້​ຕີ​ລາຄາ​ສູງໝາກຜົນ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ ​ຜ່ານ​ມາ. ທ່ານລັດຖະມົນຕີ​ ຟູ່ງກວາງ​ແທງ ໃຫ້​ຮູ້​ວ່າ ຍາມ​ໃດ​ຫວຽດນາມ ກໍ​ຖື​ການ​ພົວພັນ​ມິດຕະພາບ, ຄວາມສາມັກຄີ​ທີ່​ເປັນ​ມູນ​ເຊື້ອ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ຈີນ ​ເປັນ​ສຳຄັນ. ທ່ານ​ລັດຖະມົນ​ຕີ ຟູ່ງກວາງ​ແທງ ​ໄດ້​ຢືນຢັນ​ນະ​ໂຍບາຍ​ປ້ອງ​ກັນຊາ​ດ​​ໂດຍສັນຕິພາບ, ປ້ອງ​ກັນ​ຕົວ​​ຂອງ​ຫວຽດນາມ ​ນັ້ນແມ່ນ​ບໍ່​ເຂົ້າ​ຮ່ວມ​ບັນດາ​ອົງການ​ສຳ​ພັນທະ​ມິດ​ການ​ທະຫານ, ບໍ່​ປະໃຫ້​ຕ່າງປະ​ເທດຕັ້ງ​ຖານ​ທີ່​ໝັ້ນ​ການ​ຖະຫານ​ ຫຼື ນຳ​ໃຊ້​ຜຶນ​ແຜ່ນດິນ​ຂອງ​ຕົນ ​ເພື່ອ​ຕ້ານ​ປະ​ເທດ​ອື່ນໆ.

ຂ່າວ/ບົດ​ອື່ນ