ກະຊວງວິທະຍາສາດ - ເຕັກໂນໂລຢີສູ້ຊົນນຳໜ້າໃນການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ
ກອງປະຊຸມສະຫຼຸບວຽກງານປີ 2014 ແລະ ຜັນຂະຫຍາຍໜ້າທີ່ປີ 2015
(ພາບ: vietq.vn)
(vovworld) - ວັນທີ 20/1. ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ - ເຕັກໂນໂລຢີ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2014 ແລະ ຜັນຂະຫຍາຍໜ້າທີ່ປີ 2015. ປີ 2015 ແມ່ນປີສຸດທ້າຍຂອງແຜນການພັດທະນາເສດຖະກິດ - ສັງຄົມ ແລະ ວິທະຍາສາດ - ເຕັກໂນໂລຢີ ໄລຍະ 5 ປີ (2011-2015), ແມ່ນປີບານພັບຂອງຍຸດທະສາດ ແລະ ແຜນການພັດທະນາໄລຍະຍາວ 2011-2020. ຍ້ອນເຫດນັ້ນ, ກະຊວງວິທະຍາສາດ - ເຕັກໂນໂລຢີ ສຸມໃສ່ກໍ່ສ້າງແຜນການ, ລາຍການ, ໜ້າທີ່ວິທະຍາສາດ - ເຕັກໂນໂລຢີຈຸດສູມໃຫ້ໄລຍະ 2016-2020; ພ້ອມທັງປັບປຸງສິ່ງແວດລ້ອມ, ລະບອບ ແລະ ນະໂຍບາຍຊຸກຍູ້ການພັດທະນາວິທະຍາສາດ - ເຕັກໂນໂລຢີ ແລະ ການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ, ເພື່ອມີພື້ນຖານວິທະຍາສາດ - ເຕັກໂນໂລຢີພັດທະນາຕ້ອງກຳນົດວິສາຫະກິດແມ່ນຈຸດສຸມຂອງວຽກງານປ່ຽນໃໝ່ເຕັກໂນໂລຢີ:
“ກະຊວງວິທະຍາສາດ - ເຕັກໂນໂລຢີ ຄວນສືບຕໍ່ອະທິບາຍ ເພື່ອມີບັນດາກົນໄກແທດຈິງສຳລັບວິສາຫະກິດຄືພາສີ, ສິນເຊື່ອ… ເພື່ອໃຫ້ເຂົາເຈົ້າເຫັນແຈ້ງຜົນປະໂຫຍດໃນການນຳໃຊ້ ແລະ ປ່ຽນໃໝ່ເຕັກໂນໂລຢີ. ຄຽງຂ້ານັ້ນ, ພວກເຮົາຕ້ອງພ້ອມກັນປັບປຸງສະພາບແວດລ້ອມດຳເນີນທຸລະກິດ…. ເພື່ອໃຫ້ແຫຼ່ງກຳລັງສັງຄົມໄດ້ຮັບການແຈກຢາຍຢ່າງແທ້ຈິງ ອີງໃສ່ກຳລັງແກ່ງແຍ້ງຢ່າງສະເໝີພາບລະຫວ່າງບັນດາວິສາຫະກິດ“