ກະຊວງອຸດສາຫະກຳການຄ້າຫວຽດນາມ ຮັບປະກັນແຫຼ່ງສະໜອງສິນຄ້າທີ່ຈຳເປັນໃນທົ່ວປະເທດ

(VOVWORLD) -ບັນດາລະບົບຂາຍຍ່ອຍ ກໍ່ຕ້ອງມີແຜນການກະກຽມແຫຼ່ງສະໜອງເພື່ອຮັບປະກັນຄວາມຕ້ອງການຂອງຜູ້ບໍລິໂພກ.

ຕໍ່ໜ້າຜົນສະທ້ອນຂອງໂລກພະຍາດ Covid-19, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ແກ້ໄຂການເໜັງຕີງຂອງຕະຫຼາດຢ່າງວ່ອງໄວ, ເປັນເຈົ້າການຊີ້ນຳບັນດາທ້ອງຖິ່ນ, ວິສາຫະກິດຕ່າງໆ ມີແຜນການຮັບມືກັບສະພາບການດັ່ງກ່າວໂດຍໄວ.

        ກະຊວງອຸດສາຫະກຳ ແລະ ການຄ້າ ຈະສືບຕໍ່ຕິດຕາມສະພາບການເໜັງຕີງຂອງຕະຫຼາດຢ່າງໃກ້ຊິດ, ຂົນຂວາຍປະຊາຄົມວິສາຫະກິດ ແລະ ບັນດາທ້ອງຖິ່ນສົມທົບກັນຜັນຂະຫຍາຍບັນດາມາດຕະການເພື່ອໜູນຊ່ວຍ, ຮັບປະກັນແຫຼ່ງສະໜອງບັນດາປະເພດສິນຄ້າທີ່ຈຳເປັນຢູ່ບັນດາທ້ອງຖິ່ນເກີດໂລກລະບາດໃນທັນທີ… ທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ, ໃຫ້ຮູ້ວ່າ.

 “ເຖິງວ່າໂລກລະບາດເກີດຂຶ້ນ ບໍ່ວ່າຢູ່ໃນຈຸດເວລາໃດ, ລະດັບໃດກໍ່ຕາມ, ແຕ່ສິນຄ້າທີ່ສະໜອງໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ ກໍ່ຕ້ອງຮັບປະກັນໃຫ້ຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການ ທີ່ໄດ້ກຳນົດໄວ້ໃນກົດໝາຍ ກ່ຽວກັບຄຸນນະພາບສິນຄ້າ, ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ. ອຳນາດການປົກຄອງທ້ອງຖິ່ນ ກໍ່ຕ້ອງເຂົ້າຮ່ວມການໜູນຊ່ວຍ ແລະ ກະຕຸກຊຸກຍູ້ວຽກງານນີ້”.

        ບັນດາລະບົບຂາຍຍ່ອຍ ກໍ່ຕ້ອງມີແຜນການກະກຽມແຫຼ່ງສະໜອງເພື່ອຮັບປະກັນຄວາມຕ້ອງການຂອງຜູ້ບໍລິໂພກ.

ຕອບກັບ

ຂ່າວ/ບົດ​ອື່ນ