ກະຊວງອຸດສາຫະກຳ ລັດເຊຍ ຄິດໄລ່ຊັ່ງຊາການນຳໃຊ້ສະກຸນເງິນພາຍໃນປະເທດເພື່ອໂຕ້ຕອບຄຳສັ່ງລົງໂທດ

(VOVWORLD) - ທ່ານ Manturov ໃຫ້ຮູ້ວ່າ ການລົງໂທດຄັ້ງໃໝ່ຂອງ ອາເມລິກາ ອາດຈະສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງການສົ່ງອອກຂອງລັດເຊຍ ໄປຍັງບັນດາປະເທດທີ 3

ວັນທີ 22 ສິງຫາ, ທ່ານ Denis Manturov, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລັດເຊຍ ໃຫ້ຮູ້ວ່າ: ກະຊວງພວມຄິດໄລ່ຊັ່ງຊາເລື່ອງຫັນການຊຳລະໄປນຳໃຊ້ເງິນ ຣູບ ເພື່ອໂຕ້ຕອບບັນດາມາດຕະການລົງໂທດຂອງ ອາເມລິກາ. ທ່ານ Manturov ໃຫ້ຮູ້ວ່າ ການລົງໂທດຄັ້ງໃໝ່ຂອງ ອາເມລິກາ ອາດຈະສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງການສົ່ງອອກຂອງລັດເຊຍ ໄປຍັງບັນດາປະເທດທີ 3. ເພື່ອຮັບມືກັບບັນດາຜົນກະທົບນີ້, ໃນຂອບເຂດລາຍການປ່ຽນແທນປະເພດສິນຄ້າປຸງແຕ່ງເຄື່ອງຈັກນຳເຂົ້ານັ້ນ, ກະຊວງດັ່ງກ່າວໄດ້ວາງອອກໜ້າທີ່ຕ້ອງບັນລຸດ້ານປະລິມານ, ຄຸນນະພາບ ແລະ ລັກສະນະສະເພາະຂອງສິນຄ້ານຳເຂົ້າໃຫ້ໄດ້.

        ແລະກໍ່ໃນວັນດຽວກັນ, ໂຄສົກຂອງວັງ Kremlin, ທ່ານ Dmitry Peskov ໃຫ້ຮູ້ວ່າ, ທີ່ກອງປະຊຸມກັບບັນດາສະມາຊິກສະພາຄວາມໝັ້ນຄົງ ສະຫະພັນລັດເຊຍ, ທ່ານປະນາທິບໍດີ ລັດເຊຍ Vladimir Putin ປຶກສາຫາລືສະພາບການ ແລະ ບັນດາບັນຫາກໍ່ໃຫ້ເກີດຄວາມບໍ່ລົງລອຍກັນໃນການພົວພັນ ລັດເຊຍ - ອາເມລິກາ ກໍ່ຄືສະພາບການຢູ່ ຊີຣີ. ຕາມທ່ານໂຄສົກ Peskov ແລ້ວ, ລັດເຊຍ ແລະ ອາເມລິກາ ຄວນຊອກຫາຈຸດລວມເພື່ອຮ່ວມມືໃນສະພາບການພົວພັນລະຫວ່າງ 2 ປະເທດ ພວມຖືກຫລຸດລົງ. ທ່ານເນັ້ນໜັກວ່າ “ການພົວພັນລະຫວ່າງ 2 ປະເທດສືບຕໍ່ຖືກຫລຸດລົງ, ຄວນຊອກຫາຈຸດລວມເພື່ອຮ່ວມມື”.

ຕອບກັບ

ຂ່າວ/ບົດ​ອື່ນ