ການ​ຄ້າ ຈີນ - ອາ​ເມ​ລິ​ກາ ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ແຮງ

(VOVWORLD) -ທ່ານ ກາວເຟິງ ເນັ້ນໜັກວ່າ, ຈີນຍາມໃດກໍ່ຖື ເລື່ອງ ອາເມລິກາ ຈັດວາງພາສີເພີ່ມເຕີມໃສ່ສິນຄ້າຂອງ ຈີນ ແມ່ນບໍ່ມີຜົນປະໂຫຍດສຳລັບທັງສອງປະເທດ ກໍ່ຄືການຟື້ນຟູຂອງເສດຖະກິດໂລກ
ການ​ຄ້າ ຈີນ - ອາ​ເມ​ລິ​ກາ ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ແຮງ - ảnh 1ທ່ານ ໂຄສົກກະຊວງການຄ້າ ຈີນ ກາວເຟິງ (ພາບ: Sina)

ວັນທີ 26 ສິງຫາ ທ່ານ ໂຄສົກກະຊວງການຄ້າ ຈີນ ກາວເຟິງ ໃຫ້ຮູ້ວ່າ, ເຖິງວ່າສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ການພົວພັນທາງການຄ້າ ລະຫວ່າງ ຈີນ-ອາເມລິກາ ຍັງຮັບປະກັນທ່າເຕີບໂຕໄດ້, ຄະນະຜູ້ແທນການຄ້າ ສອງຝ່າຍຍັງແລກປ່ຽນເປັນປະຈຳ. ກ່າວຄຳເຫັນທີ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຄ້າ ຈີນ ໃນວັນທີ 26 ສິງຫາ, ທ່ານໂຄສົກກະຊວງກະຊວງການຄ້າ ກາວເຟິງ ໃຫ້ຮູ້ວ່າ ໃນ 7 ເດືອນຕົ້ນປີ 2021, ວົງເງິນການຄ້າສິນຄ້າລະຫວ່າງ ຈີນ ແລະ ອາເມລິກາ ເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນຈີນ ນຳເຂົ້າຈາກ ອາເມລິກາ ເພີ່ມຂຶ້ນ 50,4%, ສົ່ງອອກໄປຍັງ ອາເມລິກາ ເພີ່ມຂຶ້ນ 36,9%. ທ່ານກາວເຟິງ ຢັ້ງຢືນວ່າ ພື້ນຖານເສດຖະກິດ ຈີນ ແລະ ອາເມລິກາ ມີການໜູນຊ່ວຍເຊິ່ງກັນ ແລະ ກັນ, ການຮ່ວມມືການຄ້າສອງຝ່າຍ ເໝາະສົມກັບຜົນປະໂຫຍດຂອງສອງປະເທດກໍ່ຄືຂອງປະຊາຊົນສອງປະເທດ. ແລະ ກໍ່ໃນການຖະແຫຼງຂ່າວ, ທ່ານ ກາວເຟິງ ເນັ້ນໜັກວ່າ, ຈີນຍາມໃດກໍ່ຖື ເລື່ອງ ອາເມລິກາ ຈັດວາງພາສີເພີ່ມເຕີມໃສ່ສິນຄ້າຂອງ ຈີນ ແມ່ນບໍ່ມີຜົນປະໂຫຍດສຳລັບທັງສອງປະເທດ ກໍ່ຄືການຟື້ນຟູຂອງເສດຖະກິດໂລກ

ຕອບກັບ

ຂ່າວ/ບົດ​ອື່ນ