ການຍິງປືນຢູ່ອາເມລິກາ ເຮັດໃຫ້ຫຼາຍຄົນເສຍຊີວິດ
ສະຖານທີ່ເກີດເຫດ
(ພາບ: usnews.nbcnews.com)
(vovworld) - ວັນທີ 13/06, ມີຜູ້ຊາຍ 2 ຄົນ ແລະ ຜູ້ຍິງ 2 ຄົນຖືກເສຍຊີວິດ ໃນເຫດການຍິງປືນຢູ່ສຳນັກງານກອງທຶນໜູນຊ່ວຍວິສາຫະກິດ Cherokee ຢູ່ນະຄອນ St. Louis ຂຶ້ນກັບລັດ Missouri ຂອງອາເມລິກາ. ໂຄສົກຂອງກອງບັນຊາການຕຳຫຼວດນະຄອນ St. Louis, ທ່ານ Schron Jackson ໃຫ້ຮູ້ວ່າ ຕຳຫຼວດໄດ້ຊອກເຫັນສົບ 4 ຄົນ ໃນເກນອາຍຸແຕ່ 40 – 50 ປີ ແລະ ປືນ 1 ກະບອກຢູ່ສະຖານທີ່ເກີດເຫດ. ຜູ້ຍິງປືນໄດ້ຍິງ 3 ຄົນຕາຍ, ຫຼັງຈາກນັ້ນໄດ້ຂ້າຕົວຕາຍ. ທ່ານໃຫ້ຮູ້ຕື່ມອີກວ່າ ປະຈຸບັນຍັງບໍ່ທັນກຳນົດໄດ້ເຫດຜົນຂອງການຍິງປືນ.