ການຍິງປືນເຮັດໃຫ້ຢ່າງໜ້ອຍສຸດ6ຄົນເສຍຊີວິດ
(ພາບປະກອບ)
(vovworld) – ເຫດຍິງປືນຖືກເກີດຂຶ້ນຢູ່ລັດ Michigan ຂອງອາເມລິກາ ໃນຕອນເຊົ້າວັນທີ 21/02, ເຮັດໃຫ້ຢ່າງໜ້ອຍສຸດ 6 ຄົນເສຍຊີວິດ ແລະ 3 ຄົນຮັບບາດເຈັບ. ສິ່ງເປັນຫວ່ງທີ່ສຸດແມ່ນຕົວການຍັງບໍ່ທັນຖືກຈັບຕົວ ແລະ ອາດຈະສືບຕໍ່ປະຕິບັດບັນດາການຍິງປືນຄັ້ງໃໝ່. ຕາມຕຳຫຼວດທ້ອງຖິ່ນແລ້ວ, ເຫດບຸກໂຈມຕີຖືກເກີດຂຶ້ນຢູ່ Kalamazoo, ລັດ Michigan, ຕົວການໄດ້ຍິງປືນໃສ່ບັນດາຮ້ານຂາຍເຄື່ອງ, ຜູ້ພະຍານບາງຄົນໄດ້ໃຫ້ຮູ້ວ່າ, ຕົວການໄດ້ຍິງປືນໃສ່ບໍ່ວ່າຜູ້ໃດທີ່ໄດ້ພົບ. ຕຳຫຼວດໃຫ້ຮູ້ວ່າ, ພວມຊອກຈັບຜູ້ນີ້ ແລະ ຍັງບໍໍ່ທັນຈັບໄດ້ຜູ້ຖືກສົງໄສຄົນໃດເທື່ອ.