ກຳລັງ IS
photo:internet
|
(vovworld)- ລັດຖະມົນຕີປະຊວງປອ້ງກັນຄວາມສະຫງົບພາຍໃນ ອາເມລິກາ Jeh Johnson ຮັບຮູ້ວ່າ ການຕໍ່ສູ້ຕ້ານກໍ່ການຮ້າຍທົ່ວໂລກປະຈຸບັນ ໄດ້ກ້າວເຂົ້າສູ່ໄລຍະໃຫມ່ ດ້ວຍບໍລິເວນກວ້າງກວ່າ ແລະ ຍາກທີ່ຄາດຄະເນໄດ້. ເມື່ອຕອບຄຳຖາມຕໍ່ນັກຂ່າວຫວ່າງແລ້ວນີ້, ທ່ານລັດຖະມົນຕີ Jeh Johnson ຖືວ່າ: ຄວາມສ່ຽງກໍ່ການຮ້າຍທົ່ວໂລກ ໄດ້ກ້າວເຂົ້າໄລຍະໃຫມ່ ຍ້ອນພວກຫົວຮຸນແຮງ ມີຄວາມຮູ້ກ່ຽວກັບຂົງເຂດສື່ສານ ໄດ້ຮັບຜົນສຳເລັດໃນການຍຸແຍ່ຜູ້ໄປຕາມພວກເຂົາ. ທ່ານ Jeh Johnson ຖືວ່າ ຜົນສະທ້ອນຂອງອົງການ ລັດອິດສະລາມ IS ປະຈຸບັນ ໄດ້ກາຍຂອບເຂດບັນດາເຂດດິນແດນຂອງຕາເວັນອອກກາງ. ການຕໍ່ສູ້ຕ້ານກໍ່ການຮ້າຍ ໄດ້ກ້າວເຂົ້າສູ່ສະພາບແວດລ້ອມໃຫມ່ ເມື່ອບັນດາມືປືນ IS ແລະ ບັນດາກຸ່ມກໍ່ການຮ້າຍ ມີການພົວພັນຕິດຕໍ່ກັບເຄືອຂ່າຍ al Qaeda ທີ່ນຳໃຊ້ອິນເຕັດແນັດ ແລະ ບັນດາສື່ສັງຄົມອອນໄລຢ່າງມີປະສິດທິຜົນ ເພື່ອແຊກຊືມເຂົ້າເຂດດິນແດນຂອງປະເທດ ອາເມລິກາ, ຍຸແຍ່ຜູ້ໄປຕາມພວກເຂົາ.