(vovworld) – ວັນທີ 31/3, ທີ່ນະຄອນຫຼວງ Canberra, ປະເທດ ອົດສະຕາລີ ໄດ້ຈັດຕັ້ງກອງປະຊຸມທາບທາມຂັ້ນຮອງລັດຖະມົນຕີ ລະຫວ່າງ ອົດສະຕາລີ ແລະ ຫວຽດນາມ ກ່ຽວກັບການຮ່ວມມືພັດທະນາ. ທີ່ກອງປະຊຸມ, 2 ຝ່າຍພິຈາລະນາບັນດາມາດຕະການເພື່ອແນໃສ່ຍົກລະດັບໂຄງການຮ່ວມມືພັດທະນາ ອົດສະຕາລີ - ຫວຽດນາມ ກາຍເປັນການພົວພັນຄູ່ຮ່ວມມືເສດຖະກິດ. ລະອຽດຄື, 2 ຝ່າຍຈະເປີດກ້ວາງຂົງເຂດຮ່ວມມືອີງໃສ່ບັນດາຫຼັກການຄືຄຳໝັ້ນສັນຍາເດີນຕາມບັນດາຜົນປະໂຫຍດລວມກ່ຽວກັບເສດຖະກິດ ທີ່ໄດ້ຍົກອອກມາໃນແຜນການເຄື່ອນໄຫວ ອົດສະຕາລີ - ຫວຽດນາມ ໄລຍະ 2016 – 2019; ສົ່ງເສີມການພັດທະນາຂະຫຍັນຂັນເຄື່ອນຂອງເສດຖະກິດພາກເອກະຊົນ; ຊຸກຍູ້ບັນດາກາລະໂອກາດດຳເນີນທຸລະກິດ ແລະ ສຳພັດຕະຫຼາດ; ຍົກສູງສິດຂອງແມ່ຍິງໃນຂົງເຂດເສດຖະກິດ; ຊຸກຍູ້ການເຕີບໂຕແບບຍືນຍົງເປັນມິດກັບສິ່ງແວດລ້ອມ… 2 ຝ່າຍພິຈາລະນາເລື່ອງຍົກລະດັບກອງປະຊຸມ ທາບທາມກ່ຽວກັບການຮ່ວມມືພັດທະນາຂັ້ນຮອງລັດຖະມົນຕີຄືປະຈຸບັນຂຶ້ນເປັນຂັ້ນລັດຖະມົນຕີ ໃນກອງປະຊຸມຈະມາເຖິງຊຶ່ງຄາດວ່າ ຈະຈັດຂຶ້ນຢູ່ ຮ່າໂນ້ຍ ໃນປີ 2019.