ການນຳນະຄອນໂຮ່ຈິມິນ ຕ້ອນຮັບ ປະທານສະພາຕໍ່າຟີລີບປີນ

ການນຳນະຄອນໂຮ່ຈິມິນ ຕ້ອນຮັບ ປະທານສະພາຕໍ່າຟີລີບປີນ - ảnh 1
ທ່ານ​ Le Manh Ha ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ
ຕ້ອນຮັບ​ທ່ານ Feliciano Belmonte, ​ປະທານ​ສະພາ​ຕໍ່າ​ຟີລີບ​ປີນ
(ພາບ: vietnamplus.vn)

(vovworld) -     ວັນ​ທີ 24/9, ທ່ານ​ Le Manh Ha ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​​ໃຫ້​ການ​ຕ້ອນຮັບ​ທ່ານ Feliciano Belmonte, ​ປະທານ​ສະພາ​ຕໍ່າ​ຟີລີບ​ປີນ ​ເນື່ອງ​ໃນ​ໂອກາດທ່ານ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ​​ໂຮ່ຈິ​ມິນ. ທີ່​ການ​ຕ້ອນຮັບ, ທ່ານ Le Manh Ha ​ໄດ້​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແລະ ຟີລີບ​ປີນ ​ໄດ້​ມີ​ຫຼາຍ​ຈຸດ​ທີ່​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ດ້ານ​ພູ​ມມີ​ປະ​ເທດ ກໍ​ຄື​ການ​ພັດ​ທະນາ​ເສດຖະກິດ​ສັງຄົມ. ນະຄອນ​ໂຮ່ຈິ​ມິນ ປາດ​ຖະໜາ ຢາກ​ດຶງ​ດູດ​ການລົງທຶນຈາກບັນດາ​ວິ​ສາ​ຫະກິດ​ຂອງ ຟີ​ລີບ​ປີນ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ສອງ​ປະ​ເທດ. ທ່ານ Feliciano Belmonte, ປະທານ​ສະພາ​ຕໍ່າ​ຟີລີບ​ປີນ ຫວັງ​ວ່າ ຈະ​ໄດ້​ຮັບ​ການ​ຮ່ວມ​ມື ​ແລະ ​ການແບ່ງປັນ​ບັນດາ​ບົດຮຽນຈາກ​ນະຄອນ​ໂຮ່ຈິ​ມິນ ​ໃນ​ການຈັດ​ຕັ້ງ, ຮູບ​ແບບ​ການ​ເຄື່​ອນ​ໄຫ​ວຂອງ​ອຳນາດ​ການ​ປົກຄອງ​​ທ້ອງ​ຖິ່ນທຸກ​ຂັ້ນ, ​ໂດຍ​ສະ​ເພາະ​ແມ່ນ​ຂັ້ນ​​ເມືອງ, ຕາ​ແສງ. ທ່ານ Feliciano Belmonte ປາດ​ຖະໜາ​ວ່າ ການ​ນຳ​ນະຄອນ​ໂຮ່ຈິ​ມິນ ​ຈະ​ໃຫ້ການຊ່ວຍ​ເຫຼືອ, ສ້າງ​ເງື່ອນ​​ໄຂ​ສະດວກໃຫ້​ປະຊາ​ຄົມ​ຊາວ ຟີລີບ​ປີນ ທີ່​ພວມ​ດຳລົງ​ຊີວິດ​ໃນ​ບໍລິ​ເວນ​ນະຄອນ ​ແລະ ຖື​ວ່າ ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົວ​ເຊື່ອມ​ຕໍ່​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ກັບ ຟີ​ລີບ​ປີນ.

ຂ່າວ/ບົດ​ອື່ນ