ການນຳປະເທດຕ່າງໆສົ່ງສານອວຍພອນປະທານປະເທດ,ນາຍົກລັດຖະມົນຕີ,ປະທານສະພາແຫ່ງຊາດຫວຽດນາມ
ບັນດາການນຳຫວຽດນາມ (ພາບປະກອບ: Zing)
(vovworld) - ເນື່ອງໃນໂອກາດທ່ານປະທານປະເທດ ເຈີນດ້າຍກວາງ ຮັບດຳລົງຕຳແໜ່ງ, ທ່ານປະທານາທິບໍດີສ. Armenia Serzh Sargsyan, ທ່ານປະທານາທິບໍດີສ.ຈີເລ Michelle Bachelet, ທ່ານປະທານາທິບໍດີ ເວເນຊູເອລາ Nicplas Maduro, ທ່ານປະທານາທິບໍດີສ. Panama, Juan Carlos Valera Rodriguez ໄດ້ສົ່ງສານວອຍພອນ.
ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບດຳລົງຕຳແໜ່ງ, ທ່ານນາຍົກລັດຖະມົນຕີອົດສະຕາລີ Malcolm Rurnbull, ທ່ານນາຍົກລັດຖະມົນຕີ Ireland Enda Kenny, ທ່ານນາຍົກລັດຖະມົນຕີ ບຸນກາຣີ Boyko Borissov, ທ່ານນາຍົກລັດຖະມົນຕີ ອາເຊັກໄບຢານ Artur Rasi zade, ທ່ານນາຍົກລັດຖະມົນຕີ ເຊັກເບຍ Aleksandar Vucic ໄດ້ສົ່ງສານອວຍພອນ.
ເນື່ອງໃນໂອກາດທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮັບດຳລົງຕຳແໜ່ງ, ທ່ານປະທານສະພາສູງອິນໂດເນເຊຍ Irman Gusman, ທ່ານປະທານສະພາແຫ່ງຊາດສ.ຕວກກີ Ismail Kahraman, ທ່ານລັດຖະມົນຕີກະຊວງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍສ.ເວເນຊູເອລາ Gladys Requena, ທ່ານປະທານຄະນະກຳມະການການພົວພັນຕ່າງປະເທດອາຊີ - ປາຊີຟິກ, ສະມາຊິກສະພາສູງສະຫະພັນເມກຊີໂກ Teofilo Torres Corzo ແລະ ທ່ານປະທານກຳມະທິການສະພາຕ່ຳເມັກຊີໂກ Giorganna Jimenez Victor Manual ໄດ້ສົ່ງສານອວຍພອນ.
ໃນບັນດາສານອວຍພອນ, ການນຳຂັ້ນສູງປະເທດຕ່າງໆສະແດງຄວາມເຊື່ອໝັ້ນວ່າ, ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ກັບບັນດາປະເທດຈະສືບຕໍ່ພັດທະນາຢ່າງດີງາມ.