(ພາບປະກອບ: baodatviet.vn)
(vovworld) - ຕອນບ່າຍວັນທີ 17 ກັນຍາ, ທ່ານປະທານພັກກູ້ຊາດກຳປູເຈຍ (CNRP) Sam Raisy ໄດ້ຖະແຫຼງຍຸບເລີກການແຫ່ຂະບວນປະທ້ວງທີ່ແກ່ຍາວເປັນເວລາ 3 ວັນ (15 - 17 ກັນຍາ) ຢູ່ສະໜາມຫຼວງປະຊາທິປະໄຕ, ທີ່ນະຄອນຫຼວງພະນົມເປັນ. ແຕ່ວ່າ, ການນຳ CNRP ຍັງຮຽກຮ້ອງບັນດາຜູ້ສະໜັບສະໜູນກະກຽມເຂົ້າຮ່ວມບັນດາການແຫ່ຂະບວນປະທ້ວງຄັ້ງໃໝ່ ຖ້າຫາກບັນດາບັນຫາກ່ຽວຂ້ອງເຖິງການເລືອກຕັ້ງ ເຊິ່ງຝ່າຍຄ້ານຮຽກຮ້ອງບໍ່ໄດ້ຮັບການແກ້ໄຂ. ກ່ອນທີ່ປະກາດສິ້ນສຸດການແຫ່ຂະບວນປະທ້ວງ, ທ່ານ Sam Raisy ໄດ້ແຈ້ງໝາກຜົນການເຈລະຈາກັບພັກກຳອຳນາດປະຊາຊົນກຳປູເຈຍ CPP ເຊິ່ງສິ້ນສຸດລົງໃນຕອນເຊົ້າວັນທີ 17 ກັນຍາ ເຊິ່ງຕາມທ່ານແລ້ວ ນັ້ນແມ່ນໄຊຊະນະ. ການແຫ່ຂະບວນປະທ້ວງເປັນເວລາ 3 ວັນຂອງ CNRP ບໍ່ເກີດການໃຊ້ຄວາມຮຸນແຮງ ແລະ ກໍລະນີມີຜູ້ 1 ເສຍຊີວິດ ແລະ ບາງຄົນຖືກຮັບບາດເຈັບ ໃນຕອນບ່າຍວັນທີ 15 ກັນຍາ ນັ້ນແມ່ນ ບໍ່ຂຶ້ນກັບຄວາມຮັບຜິດຊອບຂອງ CNRP. ທ່ານກໍ່ຢືນຢັນວ່າ ສະມາຊິກລັດຖະສະພາຝ່າຍຄ້ານຂຶ້ນກັບ CNRP ຈະບໍ່ເຂົ້າຮ່ວມກອງປະຊຸມຄັ້ງທຳອິດຂອງສະພາແຫ່ງຊາດຊຸດໃໝ່ ໃນວັນທີ 23 ກັນຍາ ຈະມາເຖິງ ແລະ ສືບຕໍ່ຮຽກຮ້ອງດຳເນີນການປະຕິຮູບບັນດາອົງການສູງສຸດຂອງປະເທດ.