ການນຳພັກ, ລັດຫວຽດນາມຕ້ອນຮັບລັດຖະມົນຕີການຕ່າງປະເທດອາເມລິກາ
(ທ່ານປະທານປະເທດເຈືອງເຕີນຊາງ
ຕ້ອນຮັບລັດຖະມົນຕີການຕ່າງປະເທດອາເມລິກາ)
(vovworld) -ທີ່ການຕ້ອນຮັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ເມື່ອວັນທີ 7/8 ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ພັກກອມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ຊົມເຊີຍໝາກຜົນບັນດາການເຈລະຈາ, ພົບປະຂອງການນຳຫວຽດນາມກັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ຊຶ່ງເນັ້ນໜັກເຖິງຄວາມຈຳເປັນຂອງ 2 ຝ່າຍສືບຕໍ່ດຳເນີນການພົບປະຂັ້ນສູງ, ຈາກນັ້ນຊຸກຍູ້ຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ທ່ານເລຂາທິການໃຫຍ່ພັກກອມູນິດຫວຽດນາມ ຫງວຽນຟຸຈ້ອງຮັບຮູ້ກ່ຽວກັບຄວາມພະຍາຍາມ ແລະ ເຈດຕະນາດີ, ຈິດໃຈສ້າງສັນຂອງ 2 ຄະນະນັກເຈລະຈາຫວຽດນາມ-ອາເມລິກາກ່ຽວກັບສັນຍາ TPP. ທ່ານຢືນຢັນວ່າ ຫວຽດນາມຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບອາເມລິກາ ແລະ ບັນດາຝ່າຍທີ່ເຂົ້າຮ່ວມການເຈລະຈາ ແນໃສ່ສຳເລັດສັນຍານີ້ໂດຍໄວ. ກ່ອນໜ້ານັ້ນໃນຕອນເຊົ້າວັນທີ 07/08, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry, ໃນໂອກາດທ່ານມາຢ້ຽມຢາມຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງການພົວພັນກັບອາເມລິກາເປັນປົກກະຕິ. ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບອາເມລິກາ, ແມ່ນໜຶ່ງໃນບັນດາຄູ່ຮ່ວມມືອັນດັບໜຶ່ງຂອງຫວຽດນາມ ແລະ ຖືວ່າ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ປະເທດໄດ້ສະແດງອອກຜ່ານບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມອາເມລິກາ ຂອງປະທານປະເທດເມື່ອປີ 2013 ແລະ ຫວ່າງແລ້ວນີ້ແມ່ນການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ດ້ວຍຖະແຫຼງການວິໄສທັດຮ່ວມລະຫວ່າງ 2 ປະເທດ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານປະເທດ ໄດ້ຊົມເຊີຍທ່າທີ່ ແລະ ຫຼັກໝັ້ນຂອງອາເມລິກາ ແລະ ກຸ່ມ ຈີ 7 ໃນການແກ້ໄຂຄວາມບໍ່ລົງລອຍກັນລະຫວ່າງຝ່າຍຕ່າງໆຢູ່ທະເລຕາເວັນອອກ, ກໍຄືໄດ້ສະໜັບສະໜູນທັດສະນະຂອງຫວຽດນາມ ກ່ຽວກັບບັນຫານີ້. ສິ່ງນີ້ໄດ້ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະ ການບິນຢູ່ເຂດທະເລຕາເວັນອອກ.
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ John Kerry ໄດ້ແຈ້ງໃຫ້ທ່ານປະທານປະເທດຊາບ ກ່ຽວກັບຄວາມເຫັນດີເຫັນພ້ອມທີ່ຫາກໍບັນລຸໄດ້ລະຫວ່າງປະເທດຕ່າງໆທີ່ກ່ຽວຂ້ອງຢູ່ກອງປະຊຸມລັດຖະມົນຕີວ່າການກະຊວງການຕ່າງປະເທດອາຊຽນ, ກ່າວປະນາມການເຄື່ອນໄຫວກໍ່ສ້າງຖົມດິນເປັນເກາະຫວ່າງມໍ່ໆມານີ້, ພ້ອມທັງຊຸກຍູ້ບັນດາຝ່າຍກ່ຽວຂ້ອງຕ້ອງເຄົາລົບບັນດາຫຼັກການນິຕິທຳ ແລະ ກົດໝາຍສາກົນ.