ການນຳພັກ, ລັດ ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວທຸກຍາກ

ການນຳພັກ, ລັດ ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວທຸກຍາກ - ảnh 1
ທ່ານ​ ຫງວຽນ​ທ້ຽນ​ເຍີ​ນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​
ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ມອບ​ຂອງຂວັນ​ບຸນ​ເຕັດ​ຢູ່ແຂວງ​ຈ່າ​ວິ​ງ
(ພາບ: chinhphu.vn)


(vovworld) – ວັນ​ທີ 12/02, ທ່ານ​ ຫງວຽນ​ທ້ຽນ​ເຍີ​ນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ບຸນ​ເຕັດ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ ​ແລະ ມອບ​ທຶນ​ສຶກສາ​ໃຫ້​ນັກຮຽນ, ນັກ​ສຶກສາ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​​ຮຽນ​​ເກັ່ງ​ແຂວງ​ຈ່າ​ວິ​ງ. ທ່ານ ຫງວຽນ​ທ້ຽນ​ເຍີ​ນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫວັງ​ວ່າ, ​ໃນ​ປີ​ໃໝ່, ບັນດາ​ຄອບຄົວ​ທຸກ​ຍາກ​ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ອອກ​ແຮງ​ງານທຳ​ການ​ຜະລິດ, ​ເພີ່ມ​ລາຍ​ຮັບ​ເພື່ອ​ປັບປຸງ​ຊີວິດ, ບືນຕົວ​ຂຶ້ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ​ແລະກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ຫງວຽນ​ທ້ຽນ​ເຍີ​ນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ປີ​ໃໝ່​ໃຫ້​ສະມາຄົມ​ສາມັກຄີ​ພະສົງ​ຮັກ​ຊາດ​ແຂວງ​ຈ່າ​ວິງ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ໄດ້ອວຍພອນ​ປີ​ໃໝ່​ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ແຂວງ​ຮ່າ​ນາມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​ໃສ່ໃຈ​​ການ​ນຳ​ທ້ອງ​ຖິ່ນຕ້ອງ​ເອົາ​ໃຈ​ໃສ່​ປະຕິບັດ​ວຽກ​ງານ​ອຸປະ​ກະລະ​ສັງຄົມ​ໃຫ້​ດີ, ​ເອົາ​ໃຈ​​ໃສ່​ເຖິງ​ບັນດາ​ເປົ້າ​ໝາຍ​ນະ​​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ, ຄົນ​ທຸກ​ຍາກ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໂອກາດ​ບຸນ​ເຕັດ, ຮັບປະກັນ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ, ຄົນ​ທຸກ​ຍາກ​​ໄດ້ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ມ່ວນ​ຊື່ນ ​ແລະ ອົບ​ອຸ່ນ.

ຂ່າວ/ບົດ​ອື່ນ