ການ​ນຳ​ພັກ, ລັດ, ສະ​ພາ​ແຫ່ງ​ຊາດ ສ​ສ.ຫວຽດ​ນາມສົ່ງໂທ​ລະ​ເລກອວຍ​ພອນ​ວັນ​ຊາດລາ​ຊະອາ​ນາ​ຈັກໄທຄົບ​ຮອບ 92 ປີ

(VOVWORLD) -ວັນຊາດແຫ່ງລາຊະອານາຈັກໄທຄົບຮອບ 92 ປີ (05/12/1927-05/12/2019). 

        ເນື່ອງໃນໂອກາດວັນຊາດແຫ່ງລາຊະອານາຈັກໄທຄົບຮອບ 92 ປີ (05/12/1927-05/12/2019), ວັນທີ 04 ທັນວາ 2019, ທ່ານຫງວຽນຝູຈອ້ງເລຂາທິການໃຫ່ຍ, ປະທານປະເທດແຫ່ງ ສສ.ຫວຽດນາມໄດ້ສົ່ງໂທລະເລກອວຍພອນເຖິງພະບາດສົມເດັດພະເຈົ້າຢູຫົວລັດຊະການທີ່ 10.

        ໃນວັນດຽວກັນນັ້ນ, ທ່ານຫງວຽນຊວັນຟຸກນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານປຣະຢຸດຈັນໂອຊານາຍົກລັດຖະມົນຕີແຫ່ງລາຊະອານາຈັກໄທ; ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມ ກໍໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານຊວນຫຼີກໄພປະທານສະພາແຫ່ງຊາດລາຊະອານາຈັກໄທ.

        ໃນໂອກາດນີ້, ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານດອນ ປຣະມັດວິໄນລັດຖະມົນຕີກະຊວງການຕ່າງປະເທດລາຊະອານາຈັກໄທ.

ຕອບກັບ

ຂ່າວ/ບົດ​ອື່ນ