(vovworld) - ຕອນບ່າຍວັນທີ 14/1 ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ສ ເກົາຫຼີ Kang Chang Hee ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສ ເກົາຫຼີ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 13 – 16/1. ທີ່ການພົບປະພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຖືວ່າ: ການຢ້ຽມຢາມຂອງຄະນະໃນຄັ້ງນີ ເປັນການຢັ້ງຢືນສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສ ເກົາຫຼີ, ສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນ ມິດຕະພາບ ແລະ ຮ່ວມມືຢ່າງດີງາມ ລະຫວ່າງ 2 ສະພາແຫ່ງຊາດ. ທ່ານກ່າວວ່າ:
“ຫວນຄືນ 20 ປີແຫ່ງການພົວພັນຫວຽດນາມ - ສ ເກົາຫຼີ, ພວກເຮົາໄດ້ມີບັນດາບາດກ້າວທີ່ດີງາມທີ່ສຸດຈາກຂັ້ນສູນກາງ ລົງຮອດຮາກຖານ, ຈາກການພົວພັນທາງການທູດຕະຫຼອດຮອດການເປັນຄູ່ຮ່ວມມືຍຸດທະສາດ. ສະພາແຫ່ງຊາດ 2 ປະເທດຍັງມີຄະນະຜູ້ແທນຂັ້ນປະທານມາຢ້ຽມຢາມເຊິ່ງກັນ ແລະ ກັນ. ພວກຂ້າພະເຈົ້າຖືວ່າ: ບໍ່ມີຍາມໃດທີ່ການພົວພັນ ຫວຽດນາມ - ສ ເກົາຫຼີ ພັດດີງາມຄືໃນປະຈຸບັນ. ຄະນະຜູ້ແທນສະພາແຫ່ງຊາດ ສ ເກົາຫຼີ ມາຢ້ຽມຢາມຫວຽດນາມ ຄັ້ງນີ້ ກໍ່ໄດ້ເຮັດໃຫ້ນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງ 2 ຊາດ ເພີ່ມຄວາມໝັ້ນຄົງໜັກແໜ້ນຂຶ້ນຕື່ມ, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໄດ້ຮັບການຊຸກຍູ້, ຍົກສູງຄຸນນະພາບການຮ່ວມມື ແລະ ຮັບປະກັນບັນດາເນື້ອໃນທີ່ເລີກເຊິ່ງຂອງຄູຮ່ວມມືລະຫວ່າງ 2 ປະເທດ.”
ຫຼັງຈາກນັ້ນ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ແລະ ທ່ານປະທານສະພາແຫ່ງຊາດ ສ ເກົາຫຼີ Kang Chang Hee ໄດ້ເປັນປະທານການເຈລະຈາລະຫວ່າງ 2 ຄະນະຜູ້ແທນ. ທ່ານປະທານ ຫງວຽນຊິງຮຸ່ງ ສະເໜີໃຫ້ 2 ປະເທດຈົ່ງດຳເນີນບັນດາການເຄື່ອນໄຫວພົວພັນແລກປ່ຽນລະຫວ່າງຂັ້ນຕ່າງໆ ແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ເພື່ອສ້າງກຳລັງຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາໃນທຸກຂົງເຂດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຫວັງວ່າ: ສະພາແຫ່ງຊາດ ສ ເກົາຫຼີ ຈະສະໜັບສະໜູນ ມີການກະທົບເພື່ອໃຫ້ລັດຖະບານ ສ ເກົາຫຼີ ສືບຕໍ່ເອົາໃຈໃສ່ ເປີດກ້ວາງຂອບເຂດ ຊ່ວຍເຫຼືອທຶນ ODA ໃຫ້ແກ່ຫວຽດນາມ. ສ່ວນທ່ານປະທານສະພາແຫ່ງຊາດ ສ ເກົາຫຼີ Kang Chang Hee ຊີ້ແຈ້ງວ່າ: ສ ເກົາຫຼີ ພ້ອມແລ້ວໃຫ້ການຮ່ວມມືແບ່ງປັນກັບຫວຽດນາມ ກ່ຽວກັບບົດຮຽນ ໃນການພັດທະນາເສດຖະກິດ, ອຸດສາຫະກຳ, ທ່ານໃຫ້ຮູ້ວ່າ: ສ ເກົາຫຼີ ພວມຄອຍຖ້າ ການເຊັນສັນຍາການຄ້າເສລີ 2 ຝ່າຍກັບຫວຽດນາມ ແລະ ຖືວ່າ ນີ້ແມ່ນ ເອກະສານສຳຄັນພິເສດ ເພື່ອເປີດກ້ວາງການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ທ່ານປະທານສະພາແຫ່ງຊາດ ສ ເກົາຫຼີ ຢືນຢັນວ່າ: ຍາມໃດກໍ່ສະໜັບສະໜູນ ແລະ ຫວັງມີການຮ່ວມມືຢ່າງແໜ້ນແຟ້ນກັບສະພາແຫ່ງຊາດ ຫວຽດນາມ ເພື່ອແນໃສ່ແລກປ່ຽນບົດຮຽນໃນການສ້າງກົດໝາຍ, ຕິດຕາມກວດກາ.
ແລະກໍໃນຕອນບ່າຍຂອງວັນດຽວກັນຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ສ ເກົາຫຼີ Kang Chang Hee. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນ ແລະ ຫວັງຢາກເພີ່ມທະວີການພົວພັນຮ່ວມມືລະຫວ່າງລັດຖະບານ, ສະພາແຫ່ງຊາດ, ປະຊາຊົນຫວຽດນາມ ແລະ ສ ເກົາຫຼີ.
ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ສ ເກົາຫຼີ Kang Chang Hee ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສ ເກົາຫຼີ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນວ່າ: ຈະມານະພະຍາຍາມ ຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບ ສ ເກົາຫຼີ ສືບຕໍ່ນຳການພົວພັນຮ່ວມມື ລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາທັງລວງກ້ວາງ ແລະ ລວງເລິກ, ມີປະສິດທິຜົນ ເພື່ອຜົຮປະໂຫຍດອັນແທດຈິງຂອງ 2 ປະເທດ ແລະ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.