ການນຳລັດຖະບານແລະສະພາແຫ່ງຊາດພົບປະກັບສະມາຊິກສະພາແຫ່ງຊາດຊຸດທີ14ເປັນຊາວເຜົ່າສ່ວນໜ້ອຍ
(ການນຳລັດຖະບານແລະສະພາແຫ່ງຊາດພົບປະກັບ
ສະມາຊິກສະພາແຫ່ງຊາດຊຸດທີ14ເປັນຊາວເຜົ່າສ່ວນໜ້ອຍ)
(vovworld)- ຕອນບ່າຍ ວັນທີ 28/7, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ໄດ້ມີການພົບປະສ້າງສັນກັບບັນດາສະມາຊິກສະພາແຫ່ງຊາດ ຊຸດທີ 14 ທີ່ເປັນຊາວເຜົ່າສ່ວນໜ້ອຍ. ຕາງໜ້າການນຳພັກ, ລັດ ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຢືນຢັນວ່າ: ໃນຊຸມປີຜ່ານມາ ພັກ ແລະ ລັດ ໄດ້ປະຕິບັດນະໂຍບາຍຮອບດ້ານຫຼາຍຢ່າງ ພິເສດແມ່ນຮັບປະກັນເງື່ອນໄຂ ເພື່ອໃຫ້ບັນດາຊົນເຜົ່າສ່ວນໜ້ອຍ ເສີມຂະຫຍາຍກຳລັງພາຍໃນ, ຄວາມສາມັກຄີຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຕັດສິນໃຈສ້າງສາບ້ານເກີດເມືອງນອນ ໃຫ້ຮັ່ງມີສວຍງາມ. ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ສະເໜີບັນດາສະມາຊິກສະພາແຫ່ງຊາດ ທີ່ເປັນຊາວເຜົ່າສ່ວນໜ້ອຍ ເອົາໃຈໃສ່ເຖິງບາງເນື້ອໃນຄື: ອາຍຸການສະພາແຫ່ງຊາດ ຊຸດທີ 14, ສະພາແຫ່ງຊາດຈະຫັນ ບັນດາແຜນນະໂຍບາຍ, ແນວທາງນະໂຍບາຍ ຂອງພັກລັດ, ລັດຖະທຳມະນູນ ປີ 2013 ໃຫ້ກາຍເປັນບັນດາກົດໝາຍລະອຽດ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຄົງຄ້າງໂດຍໄວ ແລະ ມີປະສິດທິຜົນ. ຊ່ວຍໃຫ້ບັນດາເຂດຊົນເຜົ່າສ່ວນໜ້ອຍ, ເຂດພູດອຍ ພັດທະນາຢ່າງວ່ອງໄວ, ໜັ້ນຄົງ, ເຊື່ອມໂຍງເຂົ້າກັບການພັດທະນາລວມຂອງປະເທດຊາດ. ທ່ານ ນາງ ປະທານສະພາແຫ່ງຊາດ ປາດຖະໜາວ່າ ບັນດາສະມາຊິກສະພາແຫ່ງຊາດທີ່ເປັນຊາວເຜົ່າສ່ວນໜ້ອຍ ຍົກສູງຄວາມຮັບຜິດຊອບ, ການເຂົ້າຮ່ວມໃນການວາງແຜນນະໂຍບາຍຢ່າງຕັ້ງໜ້າ, ສູ້ຊົນສຳເລັດຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດເປັນຢ່າງດີ.