(ພາບປະກອບ)
(vovworld) - ເນື່ອງໃນໂອກາດທ່ານ ເຈີ່ນດ້າຍກວາງ ໄດ້ຮັບເລືອກຕັ້ງເປັນປະທານປະເທດແຫ່ງ ສສ. ຫວຽດນາມ ແລະ ທ່ານ ຫງວຽນຊວນຟຸກ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ.ລາວ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ສົ່ງໂທລະເລກອວຍພອນ.
ແລະກໍໃນໂອກາດນີ້, ທ່ານປະທານປະເທດ ແຫ່ງສາທາລະນະລັດປະຊາຊົນ ຈີນ ສີຈີ້ນຜີງ, ທ່ານນາຍົກລັດຖະມົນຕີແຫ່ງສາທາລະນະລັດປະຊາຊົນ ຈີນ ຫຼີເຄີຊຽນ ແລະ ທ່ານປະທານສະພາແຫ່ງຊາດ ຈີນ ຈາງ ເຕີຈຽງ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ.