ການຕ້ອນຮັບຄະນະຜູ້ແທນ ຫວຽດນາມ
|
(vovworld) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີິ 22 – 25/9, ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນຂັ້ນສູງກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໂດຍທ່ານ ລັດຖະມົນຕີ ເຈີ່ນຕ໋ວນແອງ, ເປັນຫົວໜ້າຄະນະ, ມີການເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ ລາວ ສົມດີ ດວງດີ. ທ່ານຮອງນາຍົກລັດຖະມົນຕີ ສົມດີ ດວງດີ ໃຫ້ຮູ້ວ່າ ໄລຍະຜ່ານມາ, ຫຼາຍໂຄງການກ່ຽວກັບໄຟຟ້ານ້ຳຕົກ, ສາຍສົ່ງໄຟຟ້າ ແລະ ຂຸດຄົ້ນບໍ່ແຮ່ຂອງ ຫວຽດນາມ ຢູ່ ລາວໄດ້ຮັບການຜັນຂະຫຍາຍເປັນຢ່າງດີ, ພ້ອມທັງຕີລາຄາສູງບັນດາການປະກອບສ່ວນຂອງນັກລົງທຶນ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມລາວ. ທ່ານຮອງນາຍົກລັດຖະມົນຕີ ສົມດີ ດວງດີ ສະເໜີໃຫ້ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ສືບຕໍ່ຜັນຂະຫຍາຍສັນຍາການຄ້າເຂດຊາຍແດນ, ຕີລາຄາສູງຮູບແບບ “ປະຕູດຽວ” ແລະ ຮຽກຮ້ອງບັນດາກະຊວງ, ຂະແໜງການກ່ຽວຂ້ອງຂອງ 2 ປະເທດສະຫລຸບ, ຄົ້ນຄ້ວາ, ທະວີຄຸນຮູບແບບນີ້ໂດຍໄວ. ທ່ານກໍ່ສະເໜີໃຫ້ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ສືບຕໍ່ຊີ້ນຳຜັນຂະຫຍາຍໃຫ້ຖືກກັບຄວາມຄືບໜ້າຂອງບັນດາໂຄງການຂອງ ຫວຽດນາມ ຢູ່ລາວ.