ການນຳລາວໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນຮ່າໂນ້ຍ

ການນຳລາວໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນຮ່າໂນ້ຍ  - ảnh 1

(ພາບ:tintuc.vnn.vn)

(VOV)-  ຕອນ​ເຊົ້າວັນ​ທີ 10/12,​ ຢູ່​ວຽງ​ຈັນ, ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ, ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​ແລະ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ຂັ້ນສູງ​ນະຄອນ​ຮ່າ​ໂນ້ຍ ​ໂດຍ​ທ່ານ​ຟ້າ​ມກວາງ​ຫງີ້, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ນຳ​ໜ້າ ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ແຕ່​ວັນ​ທີ 8-12/12. ບັນດາ​ການ​ນຳ​ລາວ ຢືນຢັນ​ວ່າ: ການ​ພົວພັນ​ຫວຽດນາມ-​ລາວ ພວມ​ໄດ້​ຮັບ​ການ​ພັດທະນາ ​ແລະ ​ເຂົ້າສູ່​ລວງ​ເລິກ. ນະຄອນ​ຮ່າ​ໂນ້ຍ ​ແລະ ນະຄອນ​ວຽງ​ຈັນ ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດຮຽນ, ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ​ເພື່ອ​ບັນລຸ​ປະສິດທິ​ຜົນ​ຄື​ດັ່ງ​ຄວາມ​ປາດ​ຖະໜາ, ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ-​ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາ.

ຂ່າວ/ບົດ​ອື່ນ