ການນຳລາວໃຫ້ການຕ້ອນຮັບ ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ການນຳລາວໃຫ້ການຕ້ອນຮັບ ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ  - ảnh 1

(ພາບ:baomoi.com)​

( vovworld ) – ​ໂດຍ​ສືບ​ຕໍ່​ການ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ​ແຕ່​ວັນ​ທີ 11-14/8, ຕອນ​ເຊົ້າ​ວັນ​ທີ 14/8, ທ່ານຫງວຽນ​ຊວນ​ຟຸກ ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ປະທານ​ອະນຸ​ກຳມະການ​ຮ່ວມ​ມື​ຫວຽດນາມ-​ລາວ ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ແລະ ທ່ານ​ນາຍົກລັດຖະມົນຕີລາວທອງ​ສິງ ​ທຳ​ມະ​ວົງ. ທີ່​ບັນດາ​ການ​ພົບ​ປະ, ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ  ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້​ຮູ້​ວ່າ: ການ​ປະຊຸມ​ກາງ​ສະ​ໄໝ​ຄັ້ງທີ 34 ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ​ໄດ້​ປະສົບ​ຜົນສຳ​ເລັດ​ອັນ​ຈົບງາມ. ສອງ​ຝ່າຍ​ໄດ້ສຸມ​ໃສ່​ຊຸກຍູ້​ເສດຖະກິດ​ການ​ຄ້າ​, ການ​ລົງທຶນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ວັດທະນະທຳ. ສອງ​ຝ່າຍ​ໄດ້​ວາງ​ອອກ​ທິດ​ທາງ​ການ​ຮ່ວມ​ມື ​ໃນ​ນັ້ນມີ​ຂັ້ນຕອນ​ທົດ​ລອງ​ການ​ປະຕິບັດ​ໂຄງການ​ລົງທຶນ​ກໍ່ສ້າງ​ປະຕິບັດທຶນ​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ​ຫວຽດນາມ ​ໂດຍ​ຝ່າຍ​ລາວ​ປະຕິບັດ​ເອງ ​​ແລະ ​ມີ​ການ​ສົມທົບ​ຂອງ​ລັດຖະບານ​ຫວຽດນາມ, ຄຳນັບ​ຮັບ​ຕ້ອນ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ-​ລາວ 2012.

 

 

 

ຂ່າວ/ບົດ​ອື່ນ