(vovworld) - ຕອນເຊົ້າວັນທີ 5/9, ທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ Vu Hai ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິທະຍຸກະຈາຍສຽງ, ໂທລະພາບມຽນມາ ທີ່ພວມມີການຢ້ຽມຢາມ ແລະ ແລກປ່ຽນການຮ່ວມມືກັບວິທະຍຸກະຈາຍສຽງຫວຽດນາມ. ທ່ານຮອງຜູ້ອຳນວຍການໃຫຍ່ Vu Hai ໃຫ້ຮູ້ວ່າ, ຍາມໃດ ວິທະຍຸກະຈາຍສຽງຫວຽດນາມ ກໍເພີ່ມທະວີການພົວພັນຮ່ວມມືກັບບັນດາວິທະຍຸກະຈາຍສຽງ, ໂທລະພາບໃນໂລກ ແລະ ປະຈຸບັນມີການພົວພັນຮ່ວມມືກັບອົງການຈັດຕັ້ງ, ວິທະຍາກະຈາຍສຽງ, ໂທລະພາບ 60 ແຫ່ງຢູ່ໃນໂລກ. ພ້ອມກັນນັ້ນ ກໍໄດ້ແລກປ່ຽນຄະນະພະນັກງານ, ນັກຂ່າວລະຫວ່າງບັນດາວິທະຍຸກະຈາຍສຽງເປັນປະຈຳ ເພື່ອເພີ່ມທະວີຄວາມຮູ້, ແນະນຳພາບພົດຂອງຫວຽດນາມ ກັບຕ່າງປະເທດ, ພິເສດແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດອາຊີຕາເວັນອອກສຽງໃຕ້ ໃນນັ້ນມີມຽນມາ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນຫວຽດນາມ ກັບບັນດາປະເທດອື່ນ. ທ່ານ Su Myint, ຫົວໜ້າຄະນະຜູ້ແທນວິທະຍຸກະຈາຍສຽງ, ໂທລະພາບມຽນມາ ໄດ້ສະແດງຄວາມພາກພູມໃຈທີ່ໄດ້ມາຢ້ຽມຢາມ ແລະແລກປ່ຽນຮ່ວມມືກັບວິທະຍຸກະຈາຍສຽງຫວຽດນາມ ເພື່ອຮໍ່າຮຽນເອົາບົດຮຽນກ່ຽວກັບບັນດາການເຄື່ອນໄຫວດ້ານວິຊາການ.