ການນຳສປປ.ເກົາຫຼີ Kim Jong Un ຊີ້ນຳການ ຊ້ອມຮົບຂະໜາດໃຫ່ຍ
(ພາບ: AFP/TTXVN)
(vovworld)- ວັນທີ 23/11, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ: ການນຳ ສປປ.ເກົາຫຼີ Kim Jong Un ໄດ້ຈັດຕັ້ງ ແລະ ຊີ້ນຳການຊ້ອມຮົບປະສົມຂອງກອງທັບປະຊາຊົນ ສປປ.ເກົາຫຼີ. ທ່ານ Kim Jong Un ໄດ້ຊີ້ນຳກົມກອງທະຫານທັງໝົດຊ້ອມຮົມໃນເງື່ອນໄຂເໝືອນກັບສົງຄາມຈິງ ແລະ ທຸກກຳລັງລ້ວນແຕ່ໃນທ່າກຽມພ້ອມໃນທຸກເວລາ. ທ່ານ Kim Jong Un ຊີ້ໃຫ້ເຫັນບັນດາໜ້າທີ່ໃນສະເພາະໜ້າ, ບັນດາຈຸດທີ່ຍັງຄົງຄ້າງໃນການຊ້ອມຮົບ. ການນຳທ່ານນີ້ຖືວ່າ, ເພື່ອສອດຄ່ອງກັບສົງຄາມທັນສະໄໝ ແລະ ຕອບສະໜອງບັນດາຄຳຮຽກຮ້ອງຂອງການສູ້ຮົບຈິງ, ການຊ້ອມຮົບແມ່ນຈຳເປັນທີ່ສຸດ ແລະ ຕ້ອງດຳເນີນໄປເປັນປະຈຳ./.