ພາບປະກອບ
|
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ, ວັນທີ 30/4/2015, ທ່ານປະທານາທິບໍດີ ສະຫະພັນລັດເຊຍ Vladimir Putin ໄດ້ຝາກຈົດໝາຍອວຍພອນເຖິງທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ. ຈົດໝາຍອວຍພອນຂອງທ່ານປະທານາທິບໍດີ V.Putin ຊີ້ແຈ້ງວ່າ:
“ປະຊາຊົນ ລັດເຊຍ ຍາມໃດກໍ່ຈົດຈຳ ແລະ ນັບຖືວິລະກຳຂອງປະຊາຊົນ ຫວຽດນາມ, ຫຼາຍຄົນໄດ້ເສຍສະຫຼະຊີວິດເພື່ອຕໍ່ສູ້ຍາດເອົາເສລີພາບ ແລະ ເອກະລາດ. ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈວ່າ: ໃນຊຸມເດືອນປີທີ່ຫຍຸ້ງຍາກນີ້, ປະເທດຂອງພວກຂ້າພະເຈົ້າຍາມໃດກໍ່ຊ່ວຍເຫຼືອ ແລະ ສະໜັບສະໜູນຢ່າງແຮງໃຫ້ແກ່ບັນດາເພື່ອນມິດ ຫວຽດນາມ.
ຂ້າພະເຈົ້າເຊື່ອໝັ້ນວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສະຫະພັນລັດເຊຍ ແລະ ສສ. ຫວຽດນາມ ຈະນັບມື້ນັບພັດທະນາຢ່າງມີປະສິດທິຜົນ, ປະກອບສ່ວນປັບປຸງສັນຕິພາບ ແລະ ຄວາມສະຫງົບຢູ່ພາກພື້ນ ອາຊີ - ປາຊີຟິກ.”
ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ D. Medvedev ກໍ່ໄດ້ຝາກຈົດໝາຍອວຍພອນເຖິງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ໃນຈົດໝາຍເນັ້ນໜັກວ່າ:
“ເຫດການທີ່ເປັນໜ້າຈົດຈຳນີ້ແມ່ນສັນຍາລັກຂອງນ້ຳໃຈພິລະອາດຫານ ແລະ ນ້ຳໃຈໝັ້ນແກ່ນຂອງປະຊາຊົນ ຫວຽດນາມ ໃນການຕໍ່ສູ້ເພື່ອເອກະລາດ. ສິ່ງສຳຄັນພິເສດແມ່ນໃນບັນດາຊຸມເດືອນປີແຫ່ງການທົດສອບຂອງສົງຄາມ ກໍ່ຄືໃນພາລະກິດຟື້ນຟູເສດຖະກິດ, ຫວຽດນາມ ແລະ ລັດເຊຍ ໄດ້ສ້າງຕັ້ງການພົວພັນມິດຕະພາບ ແລະ ການຮ່ວມມື, ສ້າງພື້ນຖານໝັ້ນແກ່ນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປະຈຸບັນລະຫວ່າງ 2 ປະເທດພວກເຮົາ.
ຂ້າພະເຈົ້າເຊື່ອໝັ້ນວ່າ: ການປະຕິບັດບັນດາໂຄງການລວມໃຫຍ່ໃນບັນດາຂົງເຂດເສດຖະກິດ, ອຸດສາຫະກຳ, ພະລັງງານ… ແລະ ບັນດາຂົງເຂດອື່ນໆເຊິ່ງຂ້າພະເຈົ້າ ແລະ ທ່ານ ໄດ້ປືກສາຫາລືໃນຂອບເຂດການພົບປະຫວ່າງບໍ່ດົນມານີ້ຢູ່ ຮ່າໂນ້ຍ ຈະປະກອບສ່ວນປັບປຸງການພົວພັນຮ່ວມມື 2 ຝ່າຍກ່ວາອີກ. ເນື່ອງໃນໂອກາດນີ້, ອີກເທື່ອໜຶ່ງຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຕໍ່ທ່ານ ແລະ ເພື່ອນມິດ ຫວຽດນາມ ທີ່ໄດ້ສະຫງວນຄວາມຮັກແພງໃຫ້ແກ່ຂ້າພະເຈົ້າ.”