ການນຳອີຢູຕຳໜິຕິຕຽນຫຼັກໝັ້ນຂອງອາເມລິກາສຳລັບເອີລົບ

(VOVWORLD) -ວັນທີ 10 ພະຈິກ, ທ່ານປະທານສະພາເອີລົບ Donald Tusk ໄດ້ຍົກອອກຄຳກ່າວຫາທ່ານປະທານາທິບໍດີອາເມລິກາ Donald Trump ທີ່ໄດ້ຊອກຫາທີວີເພື່ອທຳລາຍເອີລົບ ທີ່ “ເຂັ້ມແຂງ ແລະ ສາມັກຄີ”

ການນຳອີຢູຕຳໜິຕິຕຽນຫຼັກໝັ້ນຂອງອາເມລິກາສຳລັບເອີລົບ - ảnh 1ທ່ານປະທານສະພາເອີລົບ Donald Tusk

(ພາບ: AFP/TTXVN)

ພ້ອມທັງກ່າວເຕືອນກ່ຽວກັບການຟື້ນຕົວຂອງແນວໂຮມຊົນຊາດລັດທິ “ສະມາຊິກພັກນາຊີເຢຍລະມັນ” ໃນບັນດາການເລືອກຕັ້ງໃນປີຈະມາເຖິງຂອງສະຫະພາບເອີລົບ (ອີຢູ). ຄຳວິຈານດັ່ງກ່າວຂອງການນຳເອີລົບ ໄດ້ຍົກອອກມາພາຍຫຼັງທີ່ທ່ານປະທານາທິບໍດີ D.Trump ຕຳໜິຕິຕຽນຂໍ້ສະເໜີຂອງທ່ານປະທານາທິບໍດີຝລັ່ງ Emmanuel Macron ກ່ຽວກັບເລື່ອງສ້າງຕັ້ງກອງທັບຂອງເອີລົບ.

        ກ່ອນໜ້ານັ້ນ, ເປັນຫຼາຍຄັ້ງແລ້ວທ່ານ Donald Tusk ສະແດງໃຫ້ເຫັນຄວາມວິຕົກກັງວົນກ່ຽວກັບເລື່ອງ ທ່ານປະທານາທິບໍດີ D.Trump ພວມຊອກຫາວິທີເພື່ອທຳລາຍຄວາມເປັນລະບຽບຮຽບຮ້ອຍຂອງໂລກ ໄລຍະພາຍຫຼັງສົງຄາມໂລກຄັ້ງທີ 2. ການນຳອາເມລິກາ ເຄີຍເອີ້ນອີຢູ ແມ່ນຄູ່ແຂ່ງດ້ານການຄ້າ.

        ເມື່ອເຕື້ອງເຖິງການເລືອກຕັ້ງລັດຖະສະພາເອີລົບ ໃນເດືອນ ພຶດສະພາ 2019, ທ່ານປະທານ Donald Tusk ໄດ້ກ່າວເຕືອນກ່ຽວກັບການຟື້ນຕົວຂອງແນວໂຮມບັນດາຜູ້ນິຍົມລັດທິຊົນຊາດຄັດຄ້ານອີຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ