ການນຳໃຊ້ແຫຼ່ງວັດຖຸດິບພາຍໃນປະເທດຂອງຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບເພີ່ມຂຶ້ນຢ່າງວ່ອງໄວ

(VOVWORLD) - ຂະແໜງຕ່ຳແຜ່ນຕັດຫຍິບ ຈຶ່ງໝູນໃຊ້ບັນດາເງື່ອນໄຂທີ່ມີຢູ່ແລ້ວ, ມານະພະຍາຍາມຂຸດຄົ້ນ 2 ຕະຫຼາດໃໝ່ທີ່ມີຄວາມສາມາດບົ່ມຊ້ອນໃນການບໍລິໂພກອຸປະໂພກຢ່າງມີປະສິດທິຜົນນັ້ນແມ່ນອົດສະຕາລີ ແລະ ສ ເກົາຫຼີ
ການນຳໃຊ້ແຫຼ່ງວັດຖຸດິບພາຍໃນປະເທດຂອງຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບເພີ່ມຂຶ້ນຢ່າງວ່ອງໄວ - ảnh 1 ພາບປະກອບ

ໂດຍສືບຕໍ່ຜົນງານຂອງປີ 2017, ໃນ 8 ເດືອນຂອງປີ 2018 ນີ້, ວົງເງິນການສົ່ງອອກຂອງເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ບັນລຸກ່ວາ 23 ຕື້ USD, ເພີ່ມຂຶ້ນ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕາມຂໍ້ສັງເກດຂອງທ່ານ ຫວູດຶກຢາງ, ປະທານສະຫະສະມາຄົມຕ່ຳແຜ່ນຕັດຫຍິບ ຫວຽດນາມ (Vitas) ແລ້ວ, ໃນປີ 2018 ຍ້ອນມີສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP), ຂະແໜງຕ່ຳແຜ່ນຕັດຫຍິບ ຈຶ່ງໝູນໃຊ້ບັນດາເງື່ອນໄຂທີ່ມີຢູ່ແລ້ວ, ມານະພະຍາຍາມຂຸດຄົ້ນ 2 ຕະຫຼາດໃໝ່ທີ່ມີຄວາມສາມາດບົ່ມຊ້ອນໃນການບໍລິໂພກອຸປະໂພກຢ່າງມີປະສິດທິຜົນນັ້ນແມ່ນອົດສະຕາລີ ແລະ ສ ເກົາຫຼີ.

        ກ່ຽວກັບການນຳເຂົ້າແຫຼ່ງວັດຖຸດິບໃນຂະແໜງຕ່ຳແຜ່ນຕັດຫຍິບ, ທ່ານ ຢາງ ໃຫ້ຮູ້ວ່າ ປະຈຸບັນ, ຂະແໜງຕ່ຳແຜ່ນຕັດຫຍິບໄດ້ນຳໃຊ້ແຫຼ່ງວັດຖຸດິບພາຍໃນປະເທດໄດ້ແຕ່ 40 – 45% ເທົ່ານັ້ນ. ແຕ່ເຖິງຢ່າງໃດກໍ່ຕາມ, ດ້ວຍລະດັບການນຳໃຊ້ແຫຼ່ງວັດຖຸດິບພາຍໃນປະເທດໄວຄືໃນປະຈຸບັນ, ຄາດວ່າ, ໃນປີ 2030 – 2035, ອັດຕາສ່ວນການໃຊ້ແຫຼ່ງວັດຖຸດິບຢູ່ພາຍໃນປະເທດຂອງຂະແໜງຕ່ຳແຜ່ນຕັດຫຍິບຈະບັນລຸລະດັບ 65 – 68%.

ຕອບກັບ

ຂ່າວ/ບົດ​ອື່ນ