ການນຳ ສປປ.ລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະກວດກາສູນກາງພັກກອມມູນິດຫວຽດນາມ
(ພາບປະກອບ: TTXVN)
(vovworld) – ໃນຂອບເຂດການຢ້ຽມຢາມ, ເຮັດວຽກ ແລະ ພົບປະແລກປ່ຽນມິດຕະພາບຢູ່ລາວ, ຕອນເຊົ້າວັນທີ 2/2, ຄະນະຜູ້ແທນຂັ້ນສູງຂອງຄະນະກວດກາສູນກາງ ແລະ ກວດກາລັດຖະບານ ໂດຍທ່ານມາຍເທ໋ເຢືອງ, ຮອງຫົວໜ້າປະຈຳການຄະນະກວດກາສູນກາງ, ນຳໜ້າໄດ້ຮັບການຕ້ອນຮັບຈາກຜູ້ປະຈຳການຄະນະເລຂາ, ຮອງປະທານປະເທດ ສປປ.ລາວ ທ່ານ ບຸນຍັງ ວໍລະຈິດ.
ທີ່ການຕ້ອນຮັບ, ທ່ານມາຍເທ໋ເຢືອງ ໄດ້ລາຍງານໝາກຜົນການຢ້ຽມຢາມ ແລະ ເຮັດວຽກຂອງຄະນະປະຕິບັດງານຄະນະກວດກາສູນກາງ, ກໍ່ຄືໝາກຜົນການເຈລະຈາລະຫວ່າງຄະນະກວດກາສູນກາງ ແລະ ກວດ ກາລັດຖະບານ ຫວຽດນາມ ກັບຄະນະກວດກາສູນກາງພັກ ແລະ ຫົວໜ້າອົງການກວດກາລັດຖະບານລາວ; ທ່ານມາຍເທ໋ເຢືອງ ໃຫ້ຮູ້ວ່າ: 2 ຝ່າຍໄດ້ເຫັນດີເປັນເອກະສັນກັນເພີ່ມທະວີການແລກປ່ຽນບົດຮຽນໃນວຽກງານກວດກາ ເພື່ອແນໃສ່ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງຄະນະກວດກາສູນກາງພັກກອມມູນິດຫວຽດນາມ ກັບຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ເປັນຢ່າງດີ.
ທ່ານບຸນຍັງ ວໍລະຈິດ ປາດຖະໜາວ່າ: ໃນໄລຍະຈະມາຖິງ, ຄະນະກວດກາສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ, ຫົວໜ້າອົງການກວດກາລັດຖະບານລາວ ສືບຕໍ່ເພີ່ມທະວີການຮ່ວມມື: ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພິເສດແມ່ນເລື່ອງແບ່ງປັນບົດຮຽນພຶດຕິກຳຕົວຈິງ.