(VOVWORLD) - ການນຳ Kim Jong – un ໄດ້ປະຕິບັດການຊີ້ນຳໃນພື້ນທີ່ຕົວຈິງຢູ່ຟາມແຫ່ງໜຶ່ງຢູ່ເມືອງ Sindo, ແຂວງ Pyongan, ເຊິ່ງຕັ້ງຢູ່ໃກ້ກັບເຂດຊາຍແດນຕິດກັບຈີນ.
ການນຳ ສປປ ເກົາຫຼີ Kim Jong un |
ວັນທີ 30 ມິຖຸນາ, ສຳນັກຂ່າວສານສູນກາງ ສປປ ເກົາຫຼີ ໄດ້ໃຫ້ຂ່າວວ່າ ການນຳ ສປປ ເກົາຫຼີ Kim Jong un ໄດ້ໄປຢ້ຽມຢາມບັນດາເຂດເກາະໃກ້ກັບຈີນ, ນີ້ເປັນຂີດໝາຍການໄປກວດກາຄັ້ງທຳອິດຂອງທ່ານພາຍຫຼັງການພົບປະສຸດຍອດຄັ້ງປະຫວັດສາດກັບທ່ານປະທານາທິບໍດີ ອາເມລິກາ Donald Trump ໃນວັນທີ 12 ມິຖຸນາ ແລະ ພາຍຫຼັງການຢ້ຽມຢາມ ຈີນ ຄັ້ງທີ 3 ໃນວັນທີ 19 ແລະ 20 ມິຖຸນາ.
ການນຳ Kim Jong – un ໄດ້ປະຕິບັດການຊີ້ນຳໃນພື້ນທີ່ຕົວຈິງຢູ່ຟາມແຫ່ງໜຶ່ງຢູ່ເມືອງ Sindo, ແຂວງ Pyongan, ເຊິ່ງຕັ້ງຢູ່ໃກ້ກັບເຂດຊາຍແດນຕິດກັບຈີນ. ການໄປກວດກາທີ່ຫາຍາກຂອງທ່ານ Kim Jong un ຢູ່ພາກເໜືອນີ້ໄດ້ສ້າງຂ່າວຄາວທີ່ວ່າ: ສປປ ເກົາຫຼີ ຈະຊອກຫາວິທີເພີ່ມທະວີການຮ່ວມມືດ້ານເສດຖະກິດກັບ ຈີນ ໃນສະພາບການທີ່ການພົວພັນລະຫວ່າງ 2 ປະເທດພວມດີຂຶ້ນ.