(vovworld) – ວັນທີ 27/05, ບັນດາການນຳສະຫະພາບເອີລົບ (EU) ໄດ້ຈັດກອງປະຊຸມສຸດຍອດຢູ່ ບຣຸກແຊນ, ປະເທດແບນຊິກ ເພື່ອແນໃສ່ປຶກສາຫາລືກ່ຽວກັບການເລືອກຕັ້ງລັດຖະສະພາເອີລົບ (EP) ຄັ້ງທີ 8 ຜ່ານມາ, ໃນນັ້ນມີບັນດາພັກຂວາຈັດ ແລະ ຕາມທ່າອ່ຽງສົງໄສສະກຸນເງິນລວມເອີລົບ ຍາດໄດ້ໄຊຊະນະໃຫຍ່ ຢູ່ບາງປະເທດ EU. ບັນດາການນຳ EU ກໍ່ຈະປຶກສາຫາລືກ່ຽວກັບວິທີການເລືອກຕັ້ງປະທານຄະນະກຳມະການເອີລົບ (EC) ຄົນໃໝ່ ແທນໃຫ້ທ່ານ Jose Manuel Barroso. ປະຈຸບັນຜູ້ອອກສະໝັກຮັບເລືອກຕັ້ງທີ່ມີຄວາມສາມາດບົມຊ້ອນທີ່ສຸດແມ່ນທ່ານ Jean Claude Juncker ຂຶ້ນກັບພັກປະຊາຊົນເອີລົບ (EPP) ແລະ ທ່ານ Martin Schulz ຂຶ້ນກັບພັກສັງຄົມເອີລົບ (PES).
ກ່ອນໜ້ານັ້ນ, ທີ່ການເລືອກຕັ້ງສະພາເອີລົບ ເຊິ່ງຫາກໍ່ຖືກຈັດຂຶ້ນຢູ່ 28 ປະເທດສະມາຊິກ EU, ບັນດາພັກຂວາຈັດ ແລະ ຕ້ານ EU ຍາດໄດ້ໄຊຊະນະ. ນີ້ແມ່ນໝາກຜົນເຮັດໃຫ້ເອີລົບສະເທື່ອນໃຈ ແລະ ມີຄວາມວິຕົກກັງວົນ.