ການບຳລຸງແກ່ຜູ້ທີ່ມີຄວາມເກັ່ງກ້າສາມາດແມ່ນລັດຖະນະໂຍບາຍອັນດັບໜຶ່ງຂອງຫວຽດນາມ

ການບຳລຸງແກ່ຜູ້ທີ່ມີຄວາມເກັ່ງກ້າສາມາດແມ່ນລັດຖະນະໂຍບາຍອັນດັບໜຶ່ງຂອງຫວຽດນາມ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງພົບ​ປະ​ກັບ​ນັກຮຽນ​ໄດ້​ຮັບ​ລາງວັນ ​ໂອ​ລິ​ມປິກ ສາກົນ ​ແລະ ບັນດາ​ນັກຮຽນ​ດີ​ເລີດ​ໃນ​ການ​ສອບ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ, ວິທະຍາ​ໄລ​ປີ 2013

(Vovworld)-ທີ່​ການ​ພົບ​ປະ​ກັບ​ນັກຮຽນ​ໄດ້​ຮັບ​ລາງວັນ ​ໂອ​ລິ​ມປິກ ສາກົນ ​ແລະ ບັນດາ​ນັກຮຽນ​ດີ​ເລີດ​ໃນ​ການ​ສອບ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ, ວິທະຍາ​ໄລ​ປີ 2013, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ  ການ​ບຳລຸງ​ແກ່​ຜູ້​ທີ່​ມີ​ຄວາມ​ເກັ່ງກ້ສາມາດ​ແມ່ນ​ໜຶ່ງ​ໃນ​ບັນດາ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ, ບັນດາ​ນັກຮຽນ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ, ​ແມ່ນ​ບັນດາ​ແບບຢ່າງ​ດີ​ເດັ່ນ​ເພື່ອ​ໃຫ້​ນັກຮຽນ, ນັກ​ສຶກສາ​ທົ່ວປະ​ເທດ​ພ້ອມ​ກັນ​ແຂ່ງຂັນ, ສູ້​ຊົນ​ຮ່ຳຮຽນ ​ແລະ ​ເຮັດ​ຕາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ ພັກ, ລັດ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ລົງທຶນ​ໃຫ້​ແກ່​ການ​ພັດທະນາ​ການ​ສຶກສາ, ບຳລຸງ​ສ້າງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ວ່າ ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່, ຂະ​ແໜງ​ສຶກສາ​ຄວນ​ປ່ຽນ​ໃໝ່​ວິທີ​ສິດສອນ ​ແລະ ຮຽນ, ປ່ຽນ​ໃໝ່​ແບບ​ວິທີ​ຄຸ້ມ​ຄອງ, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ຄູ​ອາຈານ. 

ຂ່າວ/ບົດ​ອື່ນ