(vovworld) - ຕອນບ່າຍວັນທີ 4/10, ຢູ່ນະຄອນຫຼວງວຽງຈັນ, ທ່ານ Nguyen Van Minh, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Hoang Anh Gia Lai ແລະ ທ່ານ ວີເພັດ ສີຫາຈັກ, ປະທານສະຫະພັນບານເຕະສປປລາວ, ໄດ້ລົງນາມໃນສັນຍາກ່ຽວກັບເລື່ອງກຸ່ມບໍລິສັດ Hoang Anh Gia Lai ຂອງຫວຽດນາມ ຈະໜູນຊ່ວຍດ້ານການເງິນໃຫ້ສະຫະພັນບານເຕະແຫ່ງຊາດລາວ ເພື່ອຈ້າງຄູຝຶກຕ່າງປະເທດໃຫ້ທິມຊາດບານເຕະຊາຍຂອງລາວ, ໃນໄລຍະ 2 ປີ. ທີ່ພິທີລົງນາມ, ທ່ານ Nguyen Van Minh ຊີ້ແຈ້ງວ່າ ກຸ່ມບໍລິສັດ Hoang Anh Gia Lai ຫວັງວ່າຈະປະກອບສ່ວນພ້ອມກັບປະຊາຊົນລາວ ຮັກສາຄວາມກ້າວໜ້າໃຫ້ຂະແໜງກິລາລາວ ເວົ້າລວມ ແລະ ບານເຕະລາວ ເວົ້າສະເພາະ. ທ່ານ ໄຊບັນດິດ ຣາຊະພົນ, ເລຂາທິການໃຫຍ່ສະຫະພັນບານເຕະລາວ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການສະໜັບສະໜູນຢ່າງແທດຈິງຂອງກຸ່ມບໍລິສັດ Hoang Anh Gia Lai ມີບົດບາດສຳຄັນປະກອບສ່ວນເພື່ອຍົກລະດັບຄວາມສາມາດຂອງທິມຊາດບານເຕະລາວ.