ການປະຊຸມຂ່າວກ່ຽວກັບງານຕະຫລາດນັດ
ການຄ້າສາກົນExpoຫວຽດນາມຄັ້ງທີ13
(ພາບ: ອິນເຕີແນັດ)
(vovworld) – ງານຕະຫລາດນັດການຄ້າສາກົນ Expo ຫວຽດນາມ ຄັ້ງທີ 13 ຈະດຳເນີນຢູ່ນະຄອນ ໂຮ່ຈີມິນ ໃນລະຫວ່າງວັນທີ 2 – 5/12.ນັ້ນແມ່ນ ຂໍ້ມູນຂ່າວຖືກຍົກອອກມາທີ່ການປະຊຸມຂ່າວ ເຊິ່ງຈັດຕັ້ງໃນຕອນເຊົ້າວັນທີ 12/11 ຢູ່ຮ່າໂນ້ຍ ເຂົ້າຮ່ວມງານຕະຫລາດນັດນີ້ມີ 350 ບໍລິສັດມາຈາກຫລາຍປະເທດ ແລະ ເຂດແຄ້ວນຄື: ມາເລເຊຍ, ຈີນ, ສ.ເກົາຫຼີ, ອິນເດຍ, ດ້ວຍຮ້ານວາງສະແດງ 450 ຮ້ານຂຶ້ນກັບບັນດາຂະແໜງສິນຄ້າຄື: ເຄື່ອງຈັກ ແລະ ອຸປະກອນອຸດສາຫະກຳ, ເຄື່ອງຈັກກໍ່ສ້າງ, ຜະລິດຕະພັນໄຟຟ້າ ແລະ ເອລັກໂຕນິກ…ງານຕະຫລາດນັດການຄ້າສາກົນ ຫວຽດນາມ ແມ່ນບັນດາການເຄື່ອນໄຫວສົ່ງເສີມການຄ້າທີ່ມີເຄື່ອງໝາຍການຄ້າ ແລະ ອິດທິພົນຊື່ສຽງມາຫລາຍປີຢູ່ ຫວຽດນາມ, ແມ່ນໜຶ່ງໃນບັນດາຂົວຕໍ່ສົ່ງເສີມດ້ານການຄ້າສຳຄັນລະຫວ່າງບັນດາວິສາຫະກິດພາຍໃນປະເທດ ແລະ ຕ່າງປະເທດ, ພິເສດແມ່ນພາກພື້ນ ອາຊີ.