ການປະຊຸມຂ່າວກ່ຽວກັບ ສັບປະດາຟິມຮູບເງົາ ດ້ຽນບຽນຝູຢູ່ລາວ
(ພາບ: Hoàng Chương/TTXVN)
(vovworld)- ສັບປະດາຟິມຮູບເງົາດ້ຽນບຽນຝູຢູ່ລາວ ດຳເນີນໄປແຕ່ວັນທີ 5-11/5 ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະດ້ຽນບຽນຝູ. ໃນໂອກາດນີ້, ມີຮູບເງົາ 8 ເລື່ອງທີ່ມີຊື່ສຽງກ່ຽວກັບບັ້ນຮົບດ້ຽນບຽນຝູ ຈະຖືກແນະນຳກັບຜູ້ຊົມລາວ. ຊອງໂທລະພາບ 1 ແລະ 3 ຂອງໂທລະພາບແຫ່ງຊາດລາວ ກໍ່ຈະສາຍບັນດາຟິມຮູບເງົາດັ່ງກ່າວ. ວັນທີ 29/4, ກ່າວຄຳເຫັນໃນການປະຊຸມຂ່າວກ່ຽວກັບເຫດການນີ້ຢູ່ວຽງຈັນ, ທ່ານບົວເງິນ ຊາພູວົງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ເນັ້ນໜັກວ່າ:
“ໄຊຊະນະດ້ຽນບຽນຝູ ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມ ແລະ ກໍ່ແມ່ນປະຫວັດສາດທີ່ສະຫງ່າອົ່ງອາດຂອງປະຊາຊົນສາມປະເທດຫວຽດນາມ, ລາວ, ກຳປູເຈຍ. ຜ່ານສັບປະດາຟິມຮູບເງົານີ້, ພວກຂ້າພະເຈົ້າຢາກໃຫ້ປະຊາຊົນລາວ, ກຳລັງປະກອບອາວຸດລາວ ເຂົ້າໃຈ ແລະ ເຂົ້າຮ່ວມບັນຍາກາດສະເຫຼີມສະຫຼອງເຫດການສຳຄັນຍິ່ງນີ້“./.